Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຮົາ​ກໍ​ຍັງ​ບໍ່​ມີ​ສັນຕິສຸກ​ໃນ​ຈິດໃຈ​ເລີຍ, ເພາະ​ວ່າ​ເຮົາ​ບໍ່​ພົບ​ຕີໂຕ​ນ້ອງຊາຍ​ຂອງ​ເຮົາ​ຢູ່​ທີ່​ນັ້ນ. ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ລາ​ພວກເຂົາ ແລ້ວ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ສະບາຍ​ໃຈ ເພາະ​ເຮົາ​ບໍ່ໄດ້​ພົບ​ຕີໂຕ​ພີ່ນ້ອງ​ຂອງ​ພວກເຮົາ ເຮົາ​ຈຶ່ງ​ອຳລາ​ຄົນ​ຢູ່​ໃນ​ທີ່ນັ້ນ ແລະ​ເດີນທາງ​ໄປ​ສູ່​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:13
16 Jak'a apnaqawi uñst'ayäwi  

ຫລັງ​ຈາກ​ແຍກ​ຈາກ​ພວກເຂົາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິຖານ.


ຫລັງຈາກ​ກ່າວ​ອຳລາ​ກັນ​ແລ້ວ, ພວກເຮົາ​ກໍ​ລົງ​ເຮືອ, ສ່ວນ​ພວກເຂົາ​ກໍ​ພາກັນ​ກັບ​ບ້ານ.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ຕີໂຕ​ມາ​ຫາ​ພວກເຈົ້າ ແລະ ເຮົາ​ກໍ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ມາ​ກັບ​ເພິ່ນ​ດ້ວຍ. ຕີໂຕ​ບໍ່​ໄດ້​ເອົາປຽບ​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ບໍ່​ໄດ້​ເດີນ​ຕາມ​ບາດກ້າວ​ດຽວກັນ​ໂດຍ​ພຣະວິນຍານ​ອົງ​ດຽວກັນ​ບໍ?


ດ້ວຍເຫດ​ນີ້​ແຫລະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໜູນໃຈ. ນອກຈາກ​ພວກເຮົາ​ເອງ​ໄດ້ຮັບ​ກຳລັງໃຈ​ແລ້ວ ພວກເຮົາ​ຍັງ​ມີ​ຄວາມຍິນດີ​ເປັນ​ພິເສດ​ທີ່​ເຫັນ​ຕີໂຕ​ມີ​ຄວາມສຸກ, ເພາະວ່າ​ພວກເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຈິດວິນຍານ​ຂອງ​ຕີໂຕ​ສົດຊື່ນ​ຂຶ້ນ​ມາ​ໃໝ່.


ເຮົາ​ໄດ້​ອວດ​ເຖິງ​ພວກເຈົ້າ​ຕໍ່​ເພິ່ນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ອັບອາຍ​ເລີຍ. ແຕ່​ທຸກສິ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ​ເປັນ​ຄວາມຈິງ​ຢ່າງໃດ, ສິ່ງ​ທີ່​ເຮົາ​ໄດ້​ອວດ​ຕີໂຕ​ກ່ຽວກັບ​ພວກເຈົ້າ ກໍ​ພິສູດ​ແລ້ວ​ວ່າ​ເປັນ​ຄວາມຈິງ​ຢ່າງນັ້ນ.


ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ໃຫ້​ຕີໂຕ​ມີ​ໃຈ​ເປັນຫ່ວງ​ພວກເຈົ້າ​ເໝືອນກັນ​ກັບ​ທີ່​ເຮົາ​ມີ​ຕໍ່​ພວກເຈົ້າ.


ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຊຸກຍູ້​ຕີໂຕ, ຂໍ​ໃຫ້​ນຳ​ເອົາ​ການກະທຳ​ແຫ່ງ​ຄວາມເມດຕາ​ນີ້​ມາ​ສູ່​ຄວາມສຳເລັດ​ໃນ​ສ່ວນ​ຂອງ​ພວກເຈົ້າ​ເໝືອນກັນ ຕາມ​ທີ່​ເພິ່ນ​ເປັນ​ຜູ້​ເລີ່ມຕົ້ນ​ມາ​ກ່ອນ​ນັ້ນ.


ແລ້ວ​ສິບສີ່​ປີ​ຕໍ່ມາ, ເຮົາ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ອີກ, ຄັ້ງ​ນີ້​ໄປ​ພ້ອມ​ກັບ​ບາຣະນາບາ. ເຮົາ​ໄດ້​ພາ​ຕີໂຕ​ໄປ​ນຳ​ເໝືອນກັນ.


ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.


ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka