Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ແລະ ຖ້າ​ມີ​ສິ່ງໃດ​ທີ່​ຈະ​ຕ້ອງ​ຍົກໂທດ ເຮົາ​ກໍ​ໄດ້​ຍົກໂທດ​ໃຫ້​ແລ້ວ​ໃນ​ສາຍ​ຕາ​ຂອງ​ພຣະຄຣິດເຈົ້າ​ເພາະ​ເຫັນແກ່​ພວກເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເມື່ອ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ດ້ວຍວ່າ, ເມື່ອ​ເຮົາ​ຍົກໂທດ​ໃຫ້​ຜູ້ໃດ​ແລ້ວ ເຮົາ​ກໍ​ຍົກໂທດ​ໃຫ້​ຜູ້ນັ້ນ. ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ​ຕໍ່ໜ້າ​ພຣະຄຣິດ

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:10
7 Jak'a apnaqawi uñst'ayäwi  

“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ.


ຖ້າ​ພວກເຈົ້າ​ອະໄພ​ຄວາມບາບ​ຂອງ​ຜູ້ໃດ, ຜູ້​ນັ້ນ​ກໍ​ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ອະໄພ​ໃຫ້​ກັບ​ຜູ້ໃດ ພວກເຂົາ​ກໍ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ”.


ດັ່ງນັ້ນ ເມື່ອ​ພວກເຈົ້າ​ທັງຫລາຍ​ໄດ້​ປະຊຸມ​ກັນ ແລະ ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ຮ່ວມ​ກັບ​ພວກເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຢູ່​ນໍາ​ດ້ວຍ,


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka