Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 13:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ບັດນີ້ ພວກເຮົາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ພວກເຈົ້າ​ຈະ​ບໍ່​ເຮັດຜິດ​ອັນໃດ ບໍ່​ແມ່ນ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຮົາ​ໄດ້​ຜ່ານ​ການທົດສອບ ແຕ່​ເພື່ອ​ພວກເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງແມ່ນ​ເບິ່ງ​ຄື​ວ່າ​ພວກເຮົາ​ບໍ່​ຜ່ານ​ການທົດສອບ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ບັດນີ້ ພວກເຮົາ​ພາວັນນາ​ອະທິຖານ​ພຣະເຈົ້າ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ເຮັດ​ຜິດ​ໃດໆ ອັນ​ນີ້​ບໍ່ແມ່ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຮົາ​ເຖິງ​ທີ່​ສຳເລັດ​ແລ້ວ ແຕ່​ເພື່ອ​ໃຫ້​ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ເຖິງ​ແມ່ນ​ວ່າ ເບິ່ງ​ເຮົາ​ຄື​ເປັນ​ຜູ້​ຫລົ້ມເຫລວ​ກໍຕາມ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 13:7
25 Jak'a apnaqawi uñst'ayäwi  

ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.


ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ຢ່າ​ເຮັດ​ຊົ່ວ​ຕອບແທນ​ຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ເອົາໃຈໃສ່​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ຖືກຕ້ອງ.


ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອະເປເລ ຜູ້​ທີ່​ຈົ່ງຮັກພັກດີ​ຕໍ່​ພຣະຄຣິດເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ອາຣິສະໂຕບູໂລ.


ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ມີ​ຄວາມແຕກຕ່າງ​ກັນ ເພື່ອ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຝ່າຍ​ໃດ​ທີ່​ພຣະເຈົ້າ​ເຫັນດ້ວຍ.


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.


ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.


ແລະ ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈະ​ພົບ​ວ່າ​ພວກເຮົາ​ຜ່ານ​ການທົດສອບ​ນັ້ນ.


ເພາະ​ພວກເຮົາ​ບໍ່​ອາດ​ເຮັດ​ສິ່ງໃດ​ທີ່​ຂັດ​ກັບ​ຄວາມຈິງ​ໄດ້ ແຕ່​ເຮັດ​ເພື່ອ​ຄວາມຈິງ​ເທົ່ານັ້ນ.


ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່.


ແທນທີ່​ຈະ​ເປັນ​ຢ່າງ​ນັ້ນ ໃນ​ຖານະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ພວກເຮົາ​ຍົກຍ້ອງ​ຕົນເອງ​ໃນ​ທຸກ​ວິທີທາງ​ຄື: ໃນ​ຄວາມອົດທົນ​ອັນ​ໃຫຍ່, ໃນ​ການ​ມີ​ບັນຫາ, ໃນ​ຄວາມຍາກລຳບາກ ແລະ ຄວາມໂສກເສົ້າ;


ເພາະ​ພວກເຮົາ​ພະຍາຍາມ​ເຕັມທີ່​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ບໍ່​ພຽງ​ແຕ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ ແຕ່​ໃນ​ສາຍຕາ​ຂອງ​ມະນຸດ​ດ້ວຍ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.


ຈົ່ງ​ພະຍາຍາມ​ຢ່າງ​ສຸດກຳລັງ​ເພື່ອ​ສະແດງ​ຕົນ​ຕໍ່​ພຣະເຈົ້າ​ເໝືອນດັ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບຮອງ​ໄວ້​ແລ້ວ, ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອັບອາຍ ແລະ ໃຊ້​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.


ອົງພຣະຜູ້ເປັນເຈົ້າ​ຈະ​ຊ່ວຍ​ກອບກູ້​ເຮົາ​ຈາກ​ການໂຈມຕີ​ທີ່​ຊົ່ວຮ້າຍ​ທຸກຢ່າງ ແລະ ຈະ​ນຳ​ເຮົາ​ເຂົ້າ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ. ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka