Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 13:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 13:4
26 Jak'a apnaqawi uñst'ayäwi  

ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.


“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.


ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.


ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເພາະ​ເຫດ​ນີ້​ແຫລະ, ພຣະຄຣິດເຈົ້າ​ໄດ້​ຕາຍ ແລະ ໄດ້​ຄືນມາ​ສູ່​ຊີວິດ ກໍ​ເພື່ອ​ພຣະອົງ​ຈະ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທັງ​ຄົນຕາຍ ແລະ ຄົນເປັນ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ແລ້ວ ໂດຍ​ການ​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ເອງ​ກໍ​ຈະ​ໄດ້​ມີ​ຊີວິດ​ໃໝ່ ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ.


ເພາະ​ຄວາມໂງ່​ຂອງ​ພຣະເຈົ້າ​ກໍ​ຍັງ​ສະຫລາດ​ກວ່າ​ສະຕິປັນຍາ​ຂອງ​ມະນຸດ ແລະ ຄວາມອ່ອນແອ​ຂອງ​ພຣະເຈົ້າ ກໍ​ຍັງ​ເຂັ້ມແຂງ​ກວ່າ​ກຳລັງ​ຂອງ​ມະນຸດ.


ຮ່າງກາຍ​ທີ່​ຫວ່ານ​ລົງ​ໄປ​ນັ້ນ​ບໍ່​ມີ​ກຽດ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ກໍ​ເຕັມ​ດ້ວຍ​ສະຫງ່າລາສີ, ຮ່າງກາຍ​ທີ່​ຫວ່ານ​ລົງ​ນັ້ນ​ອ່ອນກຳລັງ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ກໍ​ມີ​ລິດອຳນາດ,


ເຮົາ​ມາ​ຫາ​ພວກເຈົ້າ​ດ້ວຍ​ຄວາມອ່ອນແອ​ກັບ​ຄວາມ​ຢ້ານກົວ​ທີ່ສຸດ​ຈົນ​ຕົວສັ່ນ.


ໂດຍ​ລິດອຳນາດ​ຂອງ​ພຣະອົງ​ນັ້ນ ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ ແລະ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ທັງຫລາຍ​ເປັນ​ຄືນມາຈາກຕາຍ​ເໝືອນກັນ.


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.


ດ້ວຍເຫດນີ້​ແຫລະ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຮົາ​ຈຶ່ງ​ຍິນດີ​ໃນ​ບັນດາ​ຄວາມອ່ອນແອ, ໃນ​ການໝິ່ນປະໝາດ, ໃນ​ຄວາມຍາກລຳບາກ, ໃນ​ການກົດຂີ່ຂົ່ມເຫັງ, ໃນ​ຄວາມຫຍຸ້ງຍາກ. ເພາະ​ວ່າ​ເມື່ອ​ເຮົາ​ອ່ອນແອ ແລ້ວ​ເຮົາ​ກໍ​ເຂັ້ມແຂງ.


ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່.


ເຮົາ​ຢາກ​ຮູ້​ຈັກ​ພຣະຄຣິດເຈົ້າ ຢາກ​ຮູ້ຈັກ​ລິດອຳນາດ​ແຫ່ງ​ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະອົງ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຄວາມທົນທຸກ​ຂອງ​ພຣະອົງ, ການ ກາຍມາ​ເປັນ​ເໝືອນ​ພຣະອົງ​ໃນ​ຄວາມຕາຍ​ຂອງ​ພຣະອົງ,


ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka