Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 13:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເຮົາ​ໄດ້​ເຕືອນ​ເຈົ້າ​ທັງຫລາຍ​ທີ່​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ ແລະ​ບັນດາ​ຄົນອື່ນໆ​ນັ້ນ​ດ້ວຍ ແລະ​ບັດນີ້​ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ກໍ​ເຕືອນ​ພວກເຈົ້າ​ອີກ ເໝືອນ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ເທື່ອ​ທີ​ສອງ​ນັ້ນ​ວ່າ, ຖ້າ​ເຮົາ​ມາ​ອີກ​ຈະ​ບໍ່​ຜ່ອນ​ໂທດ​ໃຫ້​ຄົນ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 13:2
8 Jak'a apnaqawi uñst'ayäwi  

ຈົ່ງ​ມອບ​ຄົນ​ນັ້ນ​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອໜັງ, ເພື່ອ​ວ່າ​ຈິດວິນຍານ​ຂອງ​ລາວ​ຈະ​ໄດ້​ພົ້ນ​ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຮົາ​ຂໍຮ້ອງ​ພຣະເຈົ້າ​ໃຫ້​ເປັນ​ພະຍານ​ແກ່​ເຮົາ ແລະ ເຮົາ​ຂໍ​ເອົາ​ຊີວິດ​ຂອງ​ເຮົາ​ເປັນ​ເດີມພັນ​ກ່ຽວກັບ​ເລື່ອງນີ້​ວ່າ​ເຮົາ​ບໍ່​ໄດ້​ກັບໄປ​ທີ່​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພາະ​ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ໄວ້.


ບັດນີ້ ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ເປັນ​ເທື່ອ​ທີສາມ ແລະ ເຮົາ​ຈະ​ບໍ່​ເປັນ​ພາລະ​ແກ່​ພວກເຈົ້າ, ເພາະວ່າ​ສິ່ງ​ທີ່​ເຮົາ​ຕ້ອງການ​ບໍ່ແມ່ນ​ຊັບສິນ​ຂອງ​ພວກເຈົ້າ ແຕ່​ແມ່ນ​ພວກເຈົ້າ. ເຖິງຢ່າງໃດ​ກໍ​ຕາມ ລູກ​ບໍ່​ສົມຄວນ​ທີ່​ຈະ​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ພໍ່ແມ່​ຂອງ​ຕົນ? ແຕ່​ແມ່ນ​ພໍ່ແມ່​ທີ່​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ລູກ​ຂອງ​ຕົນ.


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka