2 ໂກຣິນໂທ 13:11 - ພຣະຄຳພີລາວສະບັບສະໄໝໃໝ່11 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ຈົ່ງຊື່ນຊົມຍິນດີ! ຈົ່ງສູ້ຊົນເພື່ອການຟື້ນຟູຢ່າງເຕັມທີ່, ຈົ່ງໜູນໃຈກັນ, ຈົ່ງເປັນນ້ຳໜຶ່ງໃຈດຽວກັນ, ຈົ່ງຢູ່ຢ່າງສະຫງົບ. ແລ້ວພຣະເຈົ້າແຫ່ງຄວາມຮັກ ແລະ ສັນຕິສຸກຈະຢູ່ກັບພວກເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ11 ໃນສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ ເຮົາຂໍລາພວກເຈົ້າກ່ອນ ຈົ່ງປັບປຸງໃຫ້ຕົວຈະເລີນຂຶ້ນ ຈົ່ງຟັງຄຳຮ້ອງຂໍຂອງເຮົາ ຈົ່ງເປັນນໍ້າໜຶ່ງໃຈດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ ແລະພຣະເຈົ້າຜູ້ຊົງຮັກ ແລະຊົງປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ. Uka jalj uñjjattʼäta |
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ