Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 13:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 13:10
11 Jak'a apnaqawi uñst'ayäwi  

ພວກເຈົ້າ​ມັກ​ອັນໃດ? ຈະ​ໃຫ້​ເຮົາ​ຖື​ໄມ້ແສ້​ຂອງ​ການຕີສອນ​ມາ​ຫາ​ພວກເຈົ້າ ຫລື ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ ດ້ວຍ​ຈິດໃຈ​ທີ່​ອ່ອນສຸພາບ?


ດັ່ງນັ້ນ ເມື່ອ​ພວກເຈົ້າ​ທັງຫລາຍ​ໄດ້​ປະຊຸມ​ກັນ ແລະ ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ຮ່ວມ​ກັບ​ພວກເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຢູ່​ນໍາ​ດ້ວຍ,


ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາຫາ ເຮົາ​ອາດ​ບໍ່​ກ້າຫານ​ເທົ່າ​ທີ່​ເຮົາ​ຄາດຫວັງ​ວ່າ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ຄິດ​ວ່າ​ເຮົາ​ດຳເນີນຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ນີ້.


ອາວຸດ​ທັງຫລາຍ​ທີ່​ພວກເຮົາ​ໃຊ້​ຕໍ່ສູ້​ບໍ່ແມ່ນ​ອາວຸດ​ຂອງ​ໂລກ. ແຕ່​ໃນ​ທາງ​ກົງກັນຂ້າມ, ເປັນ​ອາວຸດ​ທີ່​ເຕັມ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ສາມາດ​ທຳລາຍ​ຄ້າຍອັນເຂັ້ມແຂງ​ທັງຫລາຍ​ໄດ້.


ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ເຮົາ​ອວດອ້າງ​ຫລາຍ​ເກີນ​ໄປ​ກ່ຽວກັບ​ສິດອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ພວກເຮົາ ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ​ແທນທີ່​ຈະ​ດຶງ​ພວກເຈົ້າ​ລົງ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ໄດ້​ລະອາຍ​ໃນ​ເລື່ອງ​ນັ້ນ.


ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,


ເພາະ​ພວກເຮົາ​ບໍ່​ອາດ​ເຮັດ​ສິ່ງໃດ​ທີ່​ຂັດ​ກັບ​ຄວາມຈິງ​ໄດ້ ແຕ່​ເຮັດ​ເພື່ອ​ຄວາມຈິງ​ເທົ່ານັ້ນ.


ເຮົາ​ໄດ້​ຂຽນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ, ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ ເຮົາ​ຈະ​ບໍ່​ຕ້ອງ​ໂສກເສົ້າ​ຍ້ອນ​ຄົນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ. ເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພວກເຈົ້າ​ທຸກຄົນ​ວ່າ ພວກເຈົ້າ​ທຸກຄົນ​ຈະ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ.


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ຄຳເວົ້າ​ນີ້​ເປັນ​ຄວາມຈິງ. ເຫດສະນັ້ນ ຈົ່ງ​ຕັກເຕືອນ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ມີ​ຄວາມເຊື່ອ​ໝັ້ນຄົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka