2 ໂກຣິນໂທ 12:9 - ພຣະຄຳພີລາວສະບັບສະໄໝໃໝ່9 ແຕ່ພຣະອົງກ່າວກັບເຮົາວ່າ, “ພຣະຄຸນຂອງເຮົາກໍພຽງພໍແລ້ວສຳລັບເຈົ້າ, ເພາະວ່າລິດອຳນາດຂອງເຮົາຈະໄດ້ປາກົດໃນຄວາມອ່ອນແອຢ່າງເຕັມທີ່”. ເຫດສະນັ້ນ ເຮົາຈຶ່ງຈະອວດຄວາມອ່ອນແອທັງໝົດຂອງເຮົາດ້ວຍຄວາມຍິນດີ, ເພື່ອລິດອຳນາດຂອງພຣະຄຣິດເຈົ້າຈະໄດ້ຢູ່ກັບເຮົາ. Uka jalj uñjjattʼätaພຣະຄຳພີສັກສິ9 ແຕ່ຄຳຕອບຂອງພຣະອົງເປັນດັ່ງນີ້: “ພຣະຄຸນຂອງເຮົາ ກໍມີພໍແລ້ວສຳລັບເຈົ້າ. ດ້ວຍວ່າ, ເມື່ອໃດທີ່ເຈົ້າອ່ອນແຮງ ເມື່ອນັ້ນຣິດອຳນາດຂອງເຮົາກໍສຳແດງອອກຢ່າງລົ້ນເຫຼືອ.” ດັ່ງນັ້ນ ເຮົາຈຶ່ງມີຄວາມພາກພູມໃຈໃນບັນດາຄວາມອ່ອນແຮງຂອງເຮົາກໍດີກວ່າ ເພື່ອວ່າຣິດອຳນາດຂອງພຣະຄຣິດຈະຄຸ້ມຄອງປ້ອງກັນເຮົາໄວ້. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.