Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 12:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເຮົາ​ກາຍເປັນ​ຄົນ​ໂງ່​ແລ້ວ ເຈົ້າ​ທັງຫລາຍ​ໄດ້​ບັງຄັບ​ເຮົາ​ໃຫ້​ເປັນ​ເຊັ່ນນັ້ນ ເພາະວ່າ​ສົມຄວນ​ແລ້ວ​ທີ່​ພວກເຈົ້າ​ຈະ​ຍ້ອງຍໍ​ເຮົາ. ເຖິງ​ວ່າ​ເຮົາ​ບໍ່​ເປັນ​ຜູ້​ດີ​ວິເສດ​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ຕໍ່າຕ້ອຍ​ກວ່າ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ​ໃນ​ປະການ​ໜຶ່ງ​ປະການ​ໃດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 12:11
17 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’”.


ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.


ບໍ່​ວ່າ​ໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກ​ນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ,


ຖ້າ​ພວກເຮົາ​ທົນທຸກ, ການທົນທຸກ​ນັ້ນ​ກໍ​ເພື່ອ​ການເລົ້າໂລມໃຈ ແລະ ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ, ຖ້າ​ພວກເຮົາ​ໄດ້ຮັບ​ການ​ເລົ້າໂລມໃຈ ກໍ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການເລົ້າໂລມໃຈ ເຊິ່ງ​ສົ່ງ​ຜົນ​ໃຫ້​ພວກເຈົ້າ​ມີ​ຄວາມພຽນ​ອົດທົນ​ໃນ​ຄວາມທຸກລຳບາກ​ຢ່າງດຽວ​ກັບ​ທີ່​ພວກເຮົາ​ທົນທຸກ​ຢູ່.


ເຮົາ​ຫວັງວ່າ​ພວກເຈົ້າ​ຈະ​ອົດທົນ​ກັບ​ຄວາມໂງ່​ຂອງ​ເຮົາ​ຈັກໜ້ອຍໜຶ່ງ. ແມ່ນ​ແລ້ວ, ຂໍ​ຈົ່ງ​ອົດທົນ​ກັບ​ເຮົາ!


ເຮົາ​ກໍ​ບໍ່​ໄດ້​ຄິດ​ວ່າ​ເຮົາ​ເອງ​ຕໍ່າຕ້ອຍ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ” ເຫລົ່ານັ້ນ​ແມ່ນແຕ່​ໜ້ອຍດຽວ.


ເຮົາ​ໄດ້​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ບົ່ງບອກ​ເຖິງ​ເຄື່ອງໝາຍ​ຂອງ​ຄວາມ​ເປັນ​ອັກຄະສາວົກ​ທີ່​ແທ້ຈິງ​ໃນ​ທ່າມກາງ​ພວກເຈົ້າ, ໃນ​ການ​ລວມ​ເອົາ​ບັນດາ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ.


ແມ່ນແຕ່​ຖ້າ​ເຮົາ​ຄວນ​ເລືອກ​ທີ່​ຈະ​ອວດ, ເຮົາ​ກໍ​ຈະ​ບໍ່​ເປັນ​ຄົນໂງ່ ເພາະ​ເຮົາ​ຈະ​ເວົ້າ​ຄວາມຈິງ. ແຕ່​ເຮົາ​ອົດກັ້ນ​ໄວ້​ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ຄິດ​ຫລາຍ​ເກີນ​ກວ່າ​ທີ່​ເຮົາ​ໄດ້​ຮັບປະກັນ​ໂດຍ​ສິ່ງ​ທີ່​ເຮົາ​ເຮັດ ຫລື ເວົ້າ,


ພວກເຮົາ​ກຳລັງ​ຈະ​ຍົກຍ້ອງ​ຕົນເອງ​ອີກ​ບໍ? ຫລື ໃຫ້​ພວກເຮົາ​ເຮັດ​ຈົດໝາຍ​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ດັ່ງ​ບາງຄົນ​ບໍ, ຫລື ເຮົາ​ຕ້ອງການ​ຈົດໝາຍ​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?


ຖ້າ​ພວກເຮົາ “ເສຍສະຕິ” ເໝືອນດັ່ງ​ທີ່​ບາງຄົນ​ເວົ້າ, ການເສຍສະຕິ​ນັ້ນ​ກໍ​ເພື່ອ​ພຣະເຈົ້າ; ຖ້າ​ພວກເຮົາ​ສະຕິດີ ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka