Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 11:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 11:4
12 Jak'a apnaqawi uñst'ayäwi  

ແລະ ພຣະອົງ​ກໍ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມີ​ວິທີ​ຫລີກລ້ຽງ​ຄຳສັ່ງ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ເຮັດ​ຕາມ​ທຳນຽມ​ຂອງ​ຕົນ!


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.


ເພາະວ່າ​ບໍ່ມີ​ຜູ້ໃດ​ຈະ​ສາມາດ​ວາງ​ຮາກຖານ​ອື່ນ​ອີກ ນອກຈາກ​ຮາກຖານ​ທີ່​ໄດ້​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູຄຣິດເຈົ້າ.


ເຮົາ​ຫວັງວ່າ​ພວກເຈົ້າ​ຈະ​ອົດທົນ​ກັບ​ຄວາມໂງ່​ຂອງ​ເຮົາ​ຈັກໜ້ອຍໜຶ່ງ. ແມ່ນ​ແລ້ວ, ຂໍ​ຈົ່ງ​ອົດທົນ​ກັບ​ເຮົາ!


ບັດນີ້​ເມື່ອ​ເຮົາ​ໄປ​ເມືອງ​ໂທອາດ​ເພື່ອ​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ນັ້ນ ແລະ ພົບ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ແກ່​ເຮົາ​ແລ້ວ,


ເຮົາ​ຢາກ​ຮູ້​ຈາກ​ພວກເຈົ້າ​ພຽງແຕ່​ສິ່ງ​ດຽວ​ກໍ​ຄື: ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ ຫລື ໂດຍ​ຄວາມເຊື່ອ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ?


ຕາມ​ທີ່​ເຮົາ​ໄດ້​ຂໍຮ້ອງ​ເຈົ້າ​ເມື່ອ​ເຮົາ​ໄປ​ຍັງ​ແຂວງ​ມາເກໂດເນຍ​ວ່າ, ໃຫ້​ເຈົ້າ​ຢູ່​ທີ່​ເອເຟໂຊ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສັ່ງ​ບາງຄົນ​ບໍ່​ໃຫ້​ສອນ​ຫລັກຂໍ້ເຊື່ອ​ທີ່​ຜິດ​ອີກ​ຕໍ່ໄປ


ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka