Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 11:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ເຫດໃດ? ເພາະ​ເຮົາ​ບໍ່​ຮັກ​ພວກເຈົ້າ​ບໍ? ພຣະເຈົ້າ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ການ​ທີ່​ເຮົາ​ອວດອ້າງ​ໃນ​ເລື່ອງ​ນີ້ ຄິດ​ວ່າ​ເຮົາ​ບໍ່​ຮັກ​ພວກເຈົ້າ​ຊັ້ນບໍ? ພຣະເຈົ້າ​ຊົງ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ເທົ່າ​ໃດ?

Uka jalj uñjjattʼäta Copia luraña




2 ໂກຣິນໂທ 11:11
15 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ພຣະເຈົ້າ​ຜູ້​ຮູ້​ຈິດໃຈ​ມະນຸດ ໄດ້​ສະແດງ​ວ່າ​ພຣະອົງ​ຍອມ​ຮັບ​ພວກເຂົາ​ໂດຍ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ພວກເຂົາ, ເໝືອນ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ


ຄວາມຈິງ​ຂອງ​ພຣະຄຣິດເຈົ້າ​ຢູ່​ໃນ​ເຮົາ​ແນ່ນອນ​ສັນໃດ ກໍ​ບໍ່​ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ຈະ​ມາ​ຢຸດ​ເຮົາ​ໃນ​ການອວດອ້າງ​ນີ້​ສັນນັ້ນ.


ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດ​ນິລັນດອນ ພຣະອົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເວົ້າຕົວະ.


ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພື່ອ​ກ່າວໂທດ​ພວກເຈົ້າ; ເຮົາ​ເຄີຍ​ເວົ້າ​ໄວ້​ກ່ອນ​ແລ້ວ​ວ່າ​ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງ​ພວກເຮົາ ເຖິງ​ຂະໜາດ​ວ່າ​ພວກເຮົາ​ຈະ​ຮ່ວມເປັນ​ຮ່ວມຕາຍ​ກັບ​ພວກເຈົ້າ​ດ້ວຍ.


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka