Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 11:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຮົາ​ຫວັງວ່າ​ພວກເຈົ້າ​ຈະ​ອົດທົນ​ກັບ​ຄວາມໂງ່​ຂອງ​ເຮົາ​ຈັກໜ້ອຍໜຶ່ງ. ແມ່ນ​ແລ້ວ, ຂໍ​ຈົ່ງ​ອົດທົນ​ກັບ​ເຮົາ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເຮົາ​ປະສົງ​ຢາກ​ໃຫ້​ພວກເຈົ້າ​ອົດທົນ​ຟັງ​ຕໍ່​ຄວາມ​ໂງ່​ຂອງເຮົາ​ຈັກ​ໜ້ອຍ​ໜຶ່ງ ຈົ່ງ​ອົດທົນ​ເອົາ​ເດີ

Uka jalj uñjjattʼäta Copia luraña




2 ໂກຣິນໂທ 11:1
17 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”.


ເມື່ອ​ໂປໂລ​ກຳລັງ​ຈະ​ເອີ່ຍ​ປາກ​ເວົ້າ, ຄາລີໂອ​ກໍ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ຖ້າ​ພວກເຈົ້າ​ຊາວຢິວ​ຈະ​ຮ້ອງທຸກ ບໍ່​ວ່າ​ຄວາມຜິດ​ທາງ​ອາຊະຍາ ຫລື ຄະດີ​ສໍ້ໂກງ​ຮ້າຍແຮງ ກໍ​ສົມຄວນ​ທີ່​ເຮົາ​ຈະ​ຮັບຟັງ​ພວກເຈົ້າ.


ໂປໂລ​ຕອບ​ວ່າ, “ບໍ່ວ່າ​ໃນ​ເວລາ​ສັ້ນ ຫລື ຍາວ ຂ້ານ້ອຍ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ ບໍ່ແມ່ນ​ເພື່ອ​ທ່ານ​ເທົ່ານັ້ນ​ແຕ່​ຂໍ​ໃຫ້​ຄົນ​ທັງຫລາຍ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນ​ວັນນີ້​ເປັນ​ເໝືອນ​ຂ້ານ້ອຍ, ເວັ້ນໄວ້​ແຕ່​ການ​ຖືກ​ລ່າມ​ໂສ້​ຢ່າງນີ້”.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!


ພວກເຈົ້າ​ທັງຫລາຍ​ຍິນດີ​ອົດທົນ​ກັບ​ຄົນໂງ່​ເຫລົ່ານີ້​ເນື່ອງຈາກ​ພວກເຈົ້າ​ເປັນ​ຜູ້​ສະຫລາດ​ແທ້​ນໍ!


ເຮົາ​ລະອາຍ​ທີ່​ຕ້ອງ​ຍອມຮັບ​ວ່າ​ເຮົາ​ອ່ອນແອ​ເກີນໄປ​ທີ່​ຈະ​ເຮັດ​ຢ່າງນັ້ນ! ຜູ້ໃດ​ກ້າ​ອວດ​ເລື່ອງ​ໃດ ເຮົາ​ຂໍ​ເວົ້າ​ຢ່າງ​ຄົນໂງ່​ວ່າ ເຮົາ​ກໍ​ກ້າ​ອວດ​ເລື່ອງ​ນັ້ນ​ເໝືອນກັນ.


ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.


ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.


ຖ້າ​ພວກເຮົາ “ເສຍສະຕິ” ເໝືອນດັ່ງ​ທີ່​ບາງຄົນ​ເວົ້າ, ການເສຍສະຕິ​ນັ້ນ​ກໍ​ເພື່ອ​ພຣະເຈົ້າ; ຖ້າ​ພວກເຮົາ​ສະຕິດີ ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ.


ເພິ່ນ​ສາມາດ​ປະຕິບັດ​ຢ່າງ​ອ່ອນໂຍນ​ຕໍ່​ຄົນ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ແລະ ຄົນ​ຫລົງຜິດ​ໄດ້ ເພາະ​ເພິ່ນ​ເອງ​ກໍ​ມີ​ຄວາມອ່ອນແອ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka