Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ພວກເຮົາ​ທຳລາຍ​ຂໍ້​ໂຕ້ແຍ້ງ ແລະ ທຸກ​ຂໍ້ອ້າງ​ທີ່​ຕັ້ງ​ຕົວ​ຂັດຂວາງ​ຄວາມຮູ້​ຂອງ​ພຣະເຈົ້າ ແລະ ພວກເຮົາ​ປາບ​ທຸກ​ຄວາມຄິດ​ໃຫ້​ຍອມຈຳນົນ​ເຊື່ອຟັງ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:5
48 Jak'a apnaqawi uñst'ayäwi  

ເພາະວ່າ​ຄວາມຄິດ​ຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການ​ຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານ​ບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນ​ແຕ່​ອອກ​ມາ​ຈາກ​ຈິດໃຈ.


ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ, ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.


ເພາະ​ເຖິງແມ່ນວ່າ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ບໍ່​ໄດ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ສົມ​ກັບ​ການ​ທີ່​ພຣະອົງ​ເປັນ​ພຣະເຈົ້າ ທັງ​ບໍ່​ໄດ້​ຂອບພຣະຄຸນ​ພຣະອົງ, ແຕ່ວ່າ​ຄວາມຄິດ​ຂອງ​ພວກເຂົາ​ກາຍເປັນ​ສິ່ງ​ທີ່​ໄຮ້ປະໂຫຍດ ແລະ ຈິດໃຈ​ອັນ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ


ແຕ່​ເຮົາ​ເຫັນ​ກົດ​ອື່ນ​ອີກ​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ, ກົດ​ນີ້​ຕໍ່ສູ້​ກັບ​ກົດ​ພາຍໃນ​ຈິດໃຈ​ຂອງ​ເຮົາ ແລະ ເຮັດໃຫ້​ເຮົາ​ເປັນ​ນັກໂທດ​ຂອງ​ກົດ​ແຫ່ງ​ຄວາມບາບ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ.


ເພາະ​ມີ​ຂໍ້ຄວາມ​ໄດ້​ຖືກ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ຈະ​ທຳລາຍ​ສະຕິປັນຍາ​ຂອງ​ຄົນ​ມີ​ປັນຍາ; ເຮົາ​ຈະ​ເຮັດ​ໃຫ້​ຄວາມສະຫລາດ​ຂອງ​ຄົນສະຫລາດ​ໄຮ້​ຜົນ”.


ເພາະ​ສະຕິປັນຍາ​ຂອງ​ໂລກ​ນີ້​ກໍ​ເປັນ​ຄວາມໂງ່​ໃນ​ສາຍຕາ​ຂອງ​ພຣະເຈົ້າ. ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ: “ພຣະອົງ​ຈັບ​ຄົນສະຫລາດ​ດ້ວຍ​ອຸບາຍ​ຂອງ​ພວກເຂົາ​ເອງ”.


ແທ້​ຈິງ​ແລ້ວ ພວກເຈົ້າ​ທົນ​ຮັບ​ແມ່ນແຕ່​ຄົນ​ທີ່​ມາ​ເອົາ​ພວກເຈົ້າ​ໄປ​ເປັນ​ຂ້າທາດ ຫລື ຄົນ​ທີ່​ຂູດຮີດ​ພວກເຈົ້າ ຫລື ຄົນ​ທີ່​ເອົາປຽບ​ພວກເຈົ້າ ຫລື ຄົນ​ທີ່​ຍົກ​ຕົນ​ເປັນ​ໃຫຍ່​ເໜືອ​ພວກເຈົ້າ ຫລື ຄົນ​ທີ່​ຕົບ​ໜ້າ​ພວກເຈົ້າ.


ເພາະວ່າ​ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ດ້ວຍ​ການ​ຮັບໃຊ້​ນີ້, ຄົນອື່ນໆ​ຈະ​ສັນລະເສີນ​ພຣະເຈົ້າ​ເພາະ​ການເຊື່ອຟັງ​ຂອງ​ພວກເຈົ້າ ເຊິ່ງ​ມາ​ພ້ອມ​ກັບ​ການຍອມຮັບ​ເອົາ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຂອງ​ພວກເຈົ້າ ແລະ ເພາະ​ຄວາມເອື້ອເຟື້ອ​ຂອງ​ພວກເຈົ້າ​ໃນ​ການແບ່ງປັນ​ແກ່​ພວກເຂົາ ແລະ ແກ່​ຄົນ​ອື່ນໆ​ອີກ​ດ້ວຍ.


ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.


ມັນ​ຈະ​ຕໍ່ຕ້ານ ແລະ ຍົກ​ຕົນ​ເອງ​ຂຶ້ນ​ຢູ່​ເໜືອ​ທຸກສິ່ງ​ທີ່​ເອີ້ນ​ຊື່​ວ່າ​ພຣະເຈົ້າ ຫລື ເປັນ​ທີ່​ເຄົາລົບ​ບູຊາ ເພື່ອ​ວ່າ​ມັນ​ຈະ​ຕັ້ງ​ຕົນ​ເອງ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ປະກາດ​ຕົນ​ເອງ​ວ່າ​ເປັນ​ພຣະເຈົ້າ.


ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka