Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເພາະ​ເຖິງ​ແມ່ນ​ວ່າ ເຮົາ​ຢູ່​ກິນ​ໃນ​ໂລກນີ້​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ສູ້ຮົບ​ຕາມ​ທຳມະດາ​ມະນຸດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:3
11 Jak'a apnaqawi uñst'ayäwi  

ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.


ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.


ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.


ເມື່ອ​ເຮົາ​ໄດ້​ຕັ້ງໃຈ​ຈະ​ເຮັດ​ຢ່າງ​ນີ້ ເຮົາ​ເຮັດ​ໄປ​ແບບ​ບໍ່​ຈິງຈັງ​ບໍ? ຫລື ເຮົາ​ໄດ້​ວາງແຜນ​ໃນ​ແບບ​ຄົນ​ຂອງ​ໂລກ​ທີ່​ພ້ອມ​ຈະ​ຮັບປາກ​ໄປ​ເທົ່ານັ້ນ​ວ່າ: “ມາ” ແລະ “ບໍ່​ມາ” ບໍ?


ອາວຸດ​ທັງຫລາຍ​ທີ່​ພວກເຮົາ​ໃຊ້​ຕໍ່ສູ້​ບໍ່ແມ່ນ​ອາວຸດ​ຂອງ​ໂລກ. ແຕ່​ໃນ​ທາງ​ກົງກັນຂ້າມ, ເປັນ​ອາວຸດ​ທີ່​ເຕັມ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ສາມາດ​ທຳລາຍ​ຄ້າຍອັນເຂັ້ມແຂງ​ທັງຫລາຍ​ໄດ້.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເຂັ້ມແຂງ, ເຮົາ​ໄດ້​ແລ່ນແຂ່ງຂັນ​ຈົນ​ເຖິງ​ເສັ້ນໄຊ, ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka