Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາຫາ ເຮົາ​ອາດ​ບໍ່​ກ້າຫານ​ເທົ່າ​ທີ່​ເຮົາ​ຄາດຫວັງ​ວ່າ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ຄິດ​ວ່າ​ເຮົາ​ດຳເນີນຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຄື​ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາ​ຢູ່​ນຳ​ພວກເຈົ້າ ຢ່າ​ໃຫ້​ເຮົາ​ສະແດງ​ຄວາມ​ກ້າຫານ​ດ້ວຍ​ຄວາມ​ແນ່ໃຈ ເໝືອນ​ເຮົາ​ຄິດ​ບັງອາດ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ນຶກ​ເຫັນ​ວ່າ ເຮົາ​ຍັງ​ເຮັດ​ຕາມ​ທຳມະດາ​ມະນຸດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:2
12 Jak'a apnaqawi uñst'ayäwi  

ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ


ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.


ຜູ້​ທີ່​ດຳເນີນຊີວິດ​ຕາມ​ເນື້ອໜັງ​ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ເນື້ອໜັງ​ຕ້ອງການ ແຕ່​ຜູ້​ທີ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕ້ອງການ.


ເມື່ອ​ເຮົາ​ໄດ້​ຕັ້ງໃຈ​ຈະ​ເຮັດ​ຢ່າງ​ນີ້ ເຮົາ​ເຮັດ​ໄປ​ແບບ​ບໍ່​ຈິງຈັງ​ບໍ? ຫລື ເຮົາ​ໄດ້​ວາງແຜນ​ໃນ​ແບບ​ຄົນ​ຂອງ​ໂລກ​ທີ່​ພ້ອມ​ຈະ​ຮັບປາກ​ໄປ​ເທົ່ານັ້ນ​ວ່າ: “ມາ” ແລະ “ບໍ່​ມາ” ບໍ?


ເຮົາ​ລະອາຍ​ທີ່​ຕ້ອງ​ຍອມຮັບ​ວ່າ​ເຮົາ​ອ່ອນແອ​ເກີນໄປ​ທີ່​ຈະ​ເຮັດ​ຢ່າງນັ້ນ! ຜູ້ໃດ​ກ້າ​ອວດ​ເລື່ອງ​ໃດ ເຮົາ​ຂໍ​ເວົ້າ​ຢ່າງ​ຄົນໂງ່​ວ່າ ເຮົາ​ກໍ​ກ້າ​ອວດ​ເລື່ອງ​ນັ້ນ​ເໝືອນກັນ.


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka