Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຮົາ​ບໍ່​ກ້າ​ຈັດ​ອັນດັບ ຫລື ປຽບທຽບ​ພວກເຮົາ​ເອງ​ກັບ​ຄົນ​ທີ່​ຍົກຍ້ອງ​ຕົນເອງ. ເມື່ອ​ພວກເຂົາ​ວັດແທກ​ພວກເຂົາເອງ​ໂດຍ​ພວກເຂົາ​ເອງ ແລະ ປຽບທຽບ​ກັນ​ເອງ, ພວກເຂົາ​ກໍ​ບໍ່​ສະຫລາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເພາະວ່າ ເຮົາ​ບໍ່​ກ້າ​ນັບ​ຕົວ​ເຮົາ​ເຂົ້າ ຫລື​ປຽບ​ໃສ່​ກັບ​ບາງຄົນ​ທີ່​ຖື​ຕົວ​ວ່າ ເປັນ​ຄົນ​ສຳຄັນ ພວກເຂົາ​ໂງ່​ສໍ່າ​ໃດ​ໜໍ ພວກເຂົາ​ວາງ​ຫລັກເກນ​ຂອງຕົນ​ຂຶ້ນ​ເພື່ອ​ວັດ​ແທກ​ຕົນເອງ ແລະ​ວັດແທກ​ຕົນເອງ​ຕາມ​ຫລັກເກນ​ທີ່​ພວກເຂົາ​ຕັ້ງ​ຂຶ້ນ​ນັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:12
10 Jak'a apnaqawi uñst'ayäwi  

ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


ເຮົາ​ບໍ່​ກ້າ​ຈະ​ກ່າວ​ເຖິງ​ສິ່ງ​ໃດ​ນອກຈາກ​ສິ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ກະທຳ​ຜ່ານທາງ​ເຮົາ ໃນ​ການ​ນຳ​ຄົນຕ່າງຊາດ​ມາ​ເຊື່ອຟັງ​ພຣະເຈົ້າ​ດ້ວຍ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ ແລະ ໄດ້​ເຮັດ


ຄົນ​ເຊັ່ນນັ້ນ​ຄວນ​ເຂົ້າໃຈ​ວ່າ​ພວກເຮົາ​ເປັນ​ຢ່າງໃດ​ໃນ​ຈົດໝາຍ​ເມື່ອ​ພວກເຮົາ​ບໍ່​ຢູ່ ພວກເຮົາ​ກໍ​ຈະ​ເປັນ​ຢ່າງນັ້ນ​ໃນ​ການກະທຳ​ເມື່ອ​ພວກເຮົາ​ມາ.


ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.


ພວກເຮົາ​ກຳລັງ​ຈະ​ຍົກຍ້ອງ​ຕົນເອງ​ອີກ​ບໍ? ຫລື ໃຫ້​ພວກເຮົາ​ເຮັດ​ຈົດໝາຍ​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ດັ່ງ​ບາງຄົນ​ບໍ, ຫລື ເຮົາ​ຕ້ອງການ​ຈົດໝາຍ​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?


ພວກເຮົາ​ບໍ່​ໄດ້​ພະຍາຍາມ​ຍົກຍ້ອງ​ຕົນເອງ​ຕໍ່​ພວກເຈົ້າ​ອີກ, ແຕ່​ກຳລັງ​ໃຫ້​ໂອກາດ​ພວກເຈົ້າ​ພູມໃຈ​ໃນ​ພວກເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຕອບ​ບັນດາ​ຜູ້​ທີ່​ພູມໃຈ​ໃນ​ສິ່ງ​ທີ່​ເບິ່ງເຫັນ ແທນທີ່​ຈະ​ພູມໃຈ​ໃນ​ສິ່ງ​ທີ່​ຢູ່​ໃນ​ໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka