Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແທ້ຈິງ ພວກເຮົາ​ຮູ້ສຶກ​ວ່າ​ພວກເຮົາ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ແລ້ວ. ແຕ່​ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ບໍ່​ໃຫ້​ພວກເຮົາ​ເພິ່ງພາ​ຕົນເອງ ແຕ່​ໃຫ້​ເພິ່ງພາ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຕາມ​ທີ່​ຈິງ ພວກເຮົາ​ຄິດ​ວ່າ ໂທດ​ເຖິງ​ຕາຍ​ໄດ້​ຕົກ​ຖືກ​ພວກເຮົາ​ແລ້ວ ເຖິງ​ປານ​ນັ້ນ​ກໍຕາມ ເຫດການ​ນີ້​ໄດ້​ເກີດຂຶ້ນ ເພື່ອ​ບໍ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ຕົວ​ເອງ ແຕ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ພຣະເຈົ້າ ອົງ​ທີ່​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:9
20 Jak'a apnaqawi uñst'ayäwi  

ສຳລັບ​ບາງຄົນ​ທີ່​ໝັ້ນໃຈ​ໃນ​ຄວາມ​ຊອບທຳ​ຂອງ​ຕົນເອງ ແລະ ດູຖູກ​ຄົນ​ອື່ນ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ວ່າ,


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ ພວກຂ້ານ້ອຍ​ຈຶ່ງ​ປະເຊີນ​ຄວາມຕາຍ​ໝົດ​ມື້​ຈົນ​ຄ່ຳ; ພວກຂ້ານ້ອຍ​ທັງຫລາຍ​ຖືກ​ຖື​ວ່າ​ເປັນເໝືອນ​ແກະ​ສຳລັບ​ເອົາ​ໄວ້​ຂ້າ”.


ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ເຖິງ​ແກ່​ຄວາມຕາຍ​ເຊັ່ນນີ້ ແລະ ພຣະອົງ​ຈະ​ປົດປ່ອຍ​ພວກເຮົາ​ອີກ. ພວກເຮົາ​ໄດ້​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະອົງ​ວ່າ ພຣະອົງ​ຈະ​ສືບຕໍ່​ປົດປ່ອຍ​ພວກເຮົາ,


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.


ບໍ່ແມ່ນ​ວ່າ​ພວກເຮົາ​ມີ​ຄວາມສາມາດ​ໃນ​ພວກເຮົາເອງ​ທີ່​ຈະ​ຮຽກຮ້ອງ​ສິ່ງໃດ​ສຳລັບ​ພວກເຮົາເອງ, ແຕ່​ຄວາມສາມາດ​ຂອງ​ພວກເຮົາ​ມາ​ຈາກ​ພຣະເຈົ້າ.


ແຕ່​ພວກເຮົາ​ມີ​ຂອງ​ລ້ຳຄ່າ​ນີ້​ໃນ​ພາຊະນະ​ດິນ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລິດອຳນາດ​ອັນ​ເໜືອກວ່າ​ສິ່ງ​ທັງປວງ​ນີ້​ມາ​ຈາກ​ພຣະເຈົ້າ ບໍ່​ແມ່ນ​ມາ​ຈາກ​ພວກເຮົາ.


ອັບຣາຮາມ​ເຊື່ອ​ວ່າ​ພຣະເຈົ້າ​ສາມາດ​ບັນດານ​ໃຫ້​ຄົນຕາຍ​ເປັນຄືນມາ​ໄດ້ ແລະ ດັ່ງນັ້ນ​ຈຶ່ງ​ກ່າວ​ປຽບທຽບ​ໄດ້​ວ່າ​ເພິ່ນ​ໄດ້​ອີຊາກ​ຄືນ​ມາ​ຈາກ​ຄວາມຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka