Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ທຸກ​ລຳບາກ ທີ່​ພວກເຮົາ​ໄດ້​ຮັບ​ໃນ​ແຂວງ​ເອເຊຍ ເປັນ​ຄວາມ​ທຸກ​ລຳບາກ​ໜັກ​ເຫຼືອ​ກຳລັງ ຈົນ​ພວກເຮົາ​ສິ້ນ​ຄວາມຫວັງ​ໝົດ ແທບ​ຈະ​ເອົາ​ຊີວິດ​ບໍ່​ລອດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:8
13 Jak'a apnaqawi uñst'ayäwi  

ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.


ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.


ຖ້າ​ເຮົາ​ຕໍ່ສູ້​ກັບ​ພວກ​ສັດປ່າ​ໃນ​ເອເຟໂຊ​ໂດຍ​ບໍ່​ເກີນ​ຄວາມຫວັງ​ຂອງ​ມະນຸດ, ເຮົາ​ຈະ​ໄດ້​ອັນໃດ? ຖ້າ​ຄົນ​ຕາຍ​ບໍ່​ໄດ້​ຖືກ​ບັນດານ​ເປັນຄືນມາ, “ກໍ​ໃຫ້​ພວກເຮົາ​ກິນ ແລະ ດື່ມ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຕາຍ​ແລ້ວ”.


ເພາະວ່າ ປະຕູ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ເຮັດວຽກ​ຢ່າງ​ເກີດຜົນ ແລະ ຄົນ​ທີ່​ຕໍ່ຕ້ານ​ເຮົາ​ກໍ​ມີ​ຫລາຍ.


ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!


ແທ້ຈິງ ພວກເຮົາ​ຮູ້ສຶກ​ວ່າ​ພວກເຮົາ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ແລ້ວ. ແຕ່​ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ບໍ່​ໃຫ້​ພວກເຮົາ​ເພິ່ງພາ​ຕົນເອງ ແຕ່​ໃຫ້​ເພິ່ງພາ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາ.


ເປັນ​ທີ່​ຮູ້ຈັກ ແຕ່​ຖືກ​ຫາ​ວ່າ​ບໍ່​ມີ​ຜູ້ໃດ​ຮູ້ຈັກ; ກຳລັງ​ຈະ​ຕາຍ ແຕ່​ພວກເຮົາ​ກໍ​ຍັງ​ມີຊີວິດ​ຢູ່​ຕໍ່ໄປ; ຖືກ​ຂ້ຽນຕີ ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຕາຍ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka