Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ພວກເຮົາ​ມີ​ຄວາມຫວັງ​ສຳລັບ​ພວກເຈົ້າ​ກໍ​ໝັ້ນຄົງ​ຢູ່, ເພາະ​ວ່າ​ພວກເຮົາ​ຮູ້​ວ່າ​ພວກເຈົ້າ​ຮ່ວມ​ໃນ​ຄວາມທຸກລຳບາກ​ກັບ​ພວກເຮົາ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຮ່ວມ​ໃນ​ການ​ເລົ້າໂລມໃຈ​ກັບ​ພວກເຮົາ​ເໝືອນກັນ​ຢ່າງນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມຫວັງ​ແນ່ນອນ​ໃນ​ພວກເຈົ້າ ເພາະ​ພວກເຮົາ​ຮູ້​ວ່າ ເມື່ອ​ພວກເຈົ້າ​ມີ​ສ່ວນ​ທົນທຸກ​ກັບ​ພວກເຮົາ​ຢ່າງ​ໃດ ພວກເຈົ້າ​ກໍ​ມີ​ສ່ວນ​ໃນ​ຄວາມ​ເລົ້າໂລມ​ໃຈ​ທີ່​ພວກເຮົາ​ຮັບ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:7
16 Jak'a apnaqawi uñst'ayäwi  

ແລະ ພວກເຈົ້າ​ເວົ້າ​ວ່າ, ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ດຽວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ກໍ​ຄົງ​ຈະ​ບໍ່​ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ’.


ບໍ່​ມີ​ການທົດລອງ​ໃດໆ​ເກີດຂຶ້ນ​ກັບ​ພວກເຈົ້າ​ທັງຫລາຍ ນອກຈາກ​ການທົດລອງ​ທີ່​ເກີດຂຶ້ນ​ກັບ​ມະນຸດ​ທົ່ວໄປ. ແລະ ພຣະເຈົ້າ​ສັດຊື່; ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຖືກ​ທົດລອງ​ເກີນກວ່າ​ສິ່ງ​ພວກເຈົ້າ​ຈະ​ທົນ​ໄດ້. ແຕ່​ເມື່ອ​ພວກເຈົ້າ​ຖືກ​ທົດລອງ ພຣະອົງ​ຈະ​ໃຫ້​ພວກເຈົ້າ​ມີ​ທາງ​ອອກ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ການທົດລອງ​ນັ້ນ​ໄດ້.


ໃນ​ເມື່ອ​ພວກເຈົ້າ​ເຂົ້າໃຈ​ພວກເຮົາ​ໃນ​ບາງສ່ວນ​ແລ້ວ, ພວກເຈົ້າ​ຈະ​ເຂົ້າໃຈ​ຢ່າງ​ຄົບຖ້ວນ​ວ່າ ພວກເຈົ້າ​ກໍ​ສາມາດ​ອວດອ້າງ​ເຖິງ​ພວກເຮົາ​ເໝືອນ​ດັ່ງ​ພວກເຮົາ​ຈະ​ອວດອ້າງ​ເຖິງ​ພວກເຈົ້າ​ໃນ​ວັນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ແຕ່​ບັດນີ້​ເຮົາ​ດີໃຈ ບໍ່​ແມ່ນ​ເພາະ​ເຮັດ​ໃຫ້​ພວກເຈົ້າ​ເສຍໃຈ ແຕ່​ເພາະ​ຄວາມທຸກໃຈ​ນັ້ນ​ໄດ້​ນໍາ​ພວກເຈົ້າ​ໄປ​ສູ່​ການ​ກັບໃຈໃໝ່. ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມທຸກໃຈ​ຢ່າງ​ທີ່​ພຣະເຈົ້າ​ຕ້ອງການ ແລະ ດັ່ງນັ້ນ​ພວກເຮົາ​ຈຶ່ງ​ບໍ່​ທຳຮ້າຍ​ພວກເຈົ້າ​ໃນ​ເລື່ອງ​ໃດ.


ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,


ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ, ເມືອງ​ອີໂກນີອົມ ແລະ ເມືອງ​ລີສະຕຣາ, ການຂົ່ມເຫັງ​ທີ່​ເຮົາ​ໄດ້​ອົດທົນ. ເຖິງປານນັ້ນ​ອົງພຣະຜູ້ເປັນເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ເຫລົ່ານີ້


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka