Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຜູ້​ເລົ້າໂລມໃຈ​ພວກເຮົາ​ໃນ​ຄວາມທຸກລຳບາກ​ທຸກ​ຢ່າງ​ຂອງ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ເລົ້າໂລມໃຈ​ບັນດາ​ຜູ້​ທີ່​ປະສົບ​ກັບ​ຄວາມທຸກລຳບາກ​ໃນ​ເລື່ອງໃດ​ເລື່ອງໜຶ່ງ​ດ້ວຍ​ການເລົ້າໂລມໃຈ​ທີ່​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພຣະອົງ​ຜູ້​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ຄວາມ​ທຸກ​ລຳບາກ​ທຸກຢ່າງ ຊຶ່ງ​ພວກເຮົາ​ໄດ້​ຮັບ​ນັ້ນ​ກໍ​ເພື່ອ​ວ່າ, ພວກເຮົາ​ຈະ​ສາມາດ​ເລົ້າໂລມ​ໃຈ​ຄົນອື່ນ​ທີ່​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ທຸກຢ່າງ​ໄດ້ ໂດຍ​ຄວາມ​ເລົ້າໂລມ​ໃຈ​ຢ່າງ​ດຽວກັນ ຊຶ່ງ​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ​ນັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:4
24 Jak'a apnaqawi uñst'ayäwi  

ແລະ ເຮົາ​ຈະ​ຂໍ​ຕໍ່​ພຣະບິດາເຈົ້າ ແລະ ພຣະອົງ​ຈະປະທານ​ຜູ້ຊ່ວຍ​ອີກ​ອົງ​ໜຶ່ງ​ເພື່ອ​ຊ່ວຍ ແລະ ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ


ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຈົ້າ​ໃຫ້​ເປັນ​ລູກກຳພ້າ, ເຮົາ​ຈະ​ມາຫາ​ພວກເຈົ້າ.


ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


ດ້ວຍເຫດ​ນີ້​ແຫລະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໜູນໃຈ. ນອກຈາກ​ພວກເຮົາ​ເອງ​ໄດ້ຮັບ​ກຳລັງໃຈ​ແລ້ວ ພວກເຮົາ​ຍັງ​ມີ​ຄວາມຍິນດີ​ເປັນ​ພິເສດ​ທີ່​ເຫັນ​ຕີໂຕ​ມີ​ຄວາມສຸກ, ເພາະວ່າ​ພວກເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຈິດວິນຍານ​ຂອງ​ຕີໂຕ​ສົດຊື່ນ​ຂຶ້ນ​ມາ​ໃໝ່.


ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.


ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.


ເຫດສະນັ້ນ ຈົ່ງ​ໃຫ້​ໜູນໃຈ​ເຊິ່ງກັນແລະກັນ​ດ້ວຍ​ຂໍ້ຄວາມ​ເຫລົ່ານີ້.


ເຫດສະນັ້ນ ຈົ່ງ​ໜູນໃຈ​ເຊິ່ງກັນແລະກັນ ແລະ ເສີມສ້າງ​ກັນ​ຂຶ້ນ ເໝືອນດັ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.


ເຫດສະນັ້ນ, ຈົ່ງ​ເຮັດ​ໃຫ້​ແຂນ​ທີ່​ອ່ອນແຮງ ແລະ ຫົວເຂົ່າ​ທີ່​ອ່ອນກຳລັງ​ນັ້ນ​ເຂັ້ມແຂງ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka