Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ສັນລະເສີນ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ພຣະບິດາເຈົ້າ​ແຫ່ງ​ຄວາມເມດຕາ ແລະ ພຣະເຈົ້າ​ແຫ່ງ​ການ​ເລົ້າໂລມໃຈ​ທັງປວງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຈົ່ງ​ໃຫ້​ພວກເຮົາ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພຣະບິດາເຈົ້າ​ອົງ​ຊົງ​ເມດຕາ ຄື​ພຣະເຈົ້າ​ອົງ​ທີ່​ໃຫ້​ຄວາມ​ເລົ້າໂລມ​ໃຈ​ທຸກຢ່າງ,

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:3
26 Jak'a apnaqawi uñst'ayäwi  

ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.


ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດ​ນິລັນດອນ ພຣະອົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເວົ້າຕົວະ.


ແຕ່​ພຣະເຈົ້າ​ຜູ້​ເລົ້າໂລມໃຈ​ຄົນ​ທີ່​ທໍ້ຖອຍ ໄດ້​ເລົ້າໂລມໃຈ​ພວກເຮົາ​ໂດຍ​ການ​ມາ​ຂອງ​ຕີໂຕ


ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ.


ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ.


ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.


ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ​ເມື່ອ​ພວກເຮົາ​ອະທິຖານ​ເພື່ອ​ພວກເຈົ້າ,


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ທີ່​ເຫັນ​ວ່າ​ບັນດາ​ລູກ​ຂອງ​ພວກເຈົ້າ​ບາງຄົນ​ດຳເນີນຊີວິດ​ໃນ​ຄວາມຈິງ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ.


ຜູ້ໃດ​ທີ່​ແລ່ນ​ອອກໜ້າ​ກ່ອນ ແລະ ບໍ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ມີ​ພຣະເຈົ້າ, ສ່ວນ​ຜູ້​ທີ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ ຜູ້​ນັ້ນ​ກໍ​ມີ​ທັງ​ພຣະບິດາເຈົ້າ ແລະ ພຣະບຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka