Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແຕ່​ພຣະເຈົ້າ​ສັດຊື່​ແນ່ນອນ​ຢ່າງໃດ ຂໍ້ຄວາມ​ຂອງ​ພວກເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ​ກໍ​ບໍ່ແມ່ນ “ມາ” ແລະ “ບໍ່​ມາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພຣະເຈົ້າ​ສັດຊື່​ສັນໃດ ຄຳ​ເວົ້າ​ຂອງເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ ຈຶ່ງ​ບໍ່​ເປັນ​ຄຳ​ວ່າ, “ເຈົ້າໆ” ແລະ “ບໍ່ໆ” ສັນນັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:18
10 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ຮ້ອງ​ສຽງດັງ​ວ່າ, “ແມ່ນ​ແລ້ວ, ພວກເຈົ້າ​ຮູ້ຈັກ​ເຮົາ ແລະ ພວກເຈົ້າ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ. ເຮົາ​ບໍ່​ໄດ້​ມາ​ດ້ວຍ​ສິດອຳນາດ​ຂອງ​ເຮົາ​ເອງ, ແຕ່​ພຣະອົງ​ຜູ້​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ເປັນ​ຄວາມ​ຈິງ. ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ,


ເຮົາ​ມີ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ໃນ​ການ​ຕັດສິນ​ພວກເຈົ້າ ແຕ່​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ເຊື່ອຖື​ໄດ້ ແລະ ສິ່ງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະອົງ​ນັ້ນ​ເຮົາ​ກໍ​ແຈ້ງ​ແກ່​ໂລກ”.


ພຣະເຈົ້າ​ສັດຊື່ ຜູ້​ທີ່​ໄດ້​ເອີ້ນ​ພວກເຈົ້າ​ທັງຫລາຍ​ໃຫ້​ເຂົ້າຮ່ວມ​ສາມັກຄີທຳ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຮົາ​ຂໍຮ້ອງ​ພຣະເຈົ້າ​ໃຫ້​ເປັນ​ພະຍານ​ແກ່​ເຮົາ ແລະ ເຮົາ​ຂໍ​ເອົາ​ຊີວິດ​ຂອງ​ເຮົາ​ເປັນ​ເດີມພັນ​ກ່ຽວກັບ​ເລື່ອງນີ້​ວ່າ​ເຮົາ​ບໍ່​ໄດ້​ກັບໄປ​ທີ່​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພາະ​ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ໄວ້.


ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດ​ນິລັນດອນ ພຣະອົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເວົ້າຕົວະ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka