Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເຮົາ​ຢາກ​ມາ​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ​ໄປ​ແຂວງ​ມາເກໂດເນຍ ແລະ ຈະ​ມາ​ຫາ​ພວກເຈົ້າ​ອີກ​ເມື່ອ​ກັບມາ​ຈາກ​ແຂວງ​ມາເກໂດເນຍ ແລະ ຫລັງຈາກ​ນັ້ນ ໃຫ້​ພວກເຈົ້າ​ສົ່ງ​ເຮົາ​ເດີນທາງ​ໄປ​ຍັງ​ແຂວງ​ຢູດາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ດ້ວຍວ່າ, ເຮົາ​ໄດ້​ຕັ້ງໃຈ​ທີ່​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ແລະ​ເມື່ອ​ເຮົາ​ເດີນທາງ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ ກໍ​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ​ອີກ ເພື່ອ​ພວກເຈົ້າ​ຈະ​ຊ່ວຍ​ຈັດ​ສົ່ງ​ເຮົາ​ໃຫ້​ເດີນທາງ​ໄປ​ເຖິງ​ແຂວງ​ຢູດາຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:16
6 Jak'a apnaqawi uñst'ayäwi  

ຄຣິສຕະຈັກ​ໄດ້​ໃຊ້​ພວກເພິ່ນ​ໄປ ແລະ ຂະນະ​ທີ່​ພວກເພິ່ນ​ເດີນທາງ​ຜ່ານ​ແຂວງ​ໂຟນີເຊຍ​ກັບ​ຊາມາເຣຍ, ພວກເພິ່ນ​ກໍ​ໄດ້​ເລົ່າ​ເລື່ອງ​ທີ່​ຄົນຕ່າງຊາດ​ໄດ້​ກັບໃຈໃໝ່. ຂ່າວ​ນີ້​ເຮັດ​ໃຫ້​ພີ່ນ້ອງ​ທັງຫລາຍ​ມີ​ຄວາມຍິນດີ​ຫລາຍ.


ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ປະຕິບັດ​ຕໍ່​ລາວ​ດ້ວຍ​ການດູຖູກ. ແຕ່​ສົ່ງ​ລາວ​ໃຫ້​ເດີນທາງ​ຕໍ່​ໄປ​ຢ່າງ​ສັນຕິ​ເພື່ອ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຫາ​ເຮົາ. ເຮົາ​ກຳລັງ​ຄອຍຖ້າ​ລາວ​ກັບ​ພວກ​ພີ່ນ້ອງ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka