Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ເພາະ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້, ເຮົາ​ຈຶ່ງ​ຢາກ​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ກ່ອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ສອງເທົ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ເຮົາ​ມີ​ຄວາມ​ໝັ້ນໃຈ​ຢ່າງ​ຄັກແນ່​ໃນ​ເລື່ອງ​ນີ້ ຈົນ​ເຮົາ​ໄດ້​ວາງແຜນ​ໄວ້​ແຕ່​ທຳອິດ ທີ່​ຈະ​ໄປ​ຢ້ຽມຢາມ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ສອງ​ເທົ່າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:15
9 Jak'a apnaqawi uñst'ayäwi  

ເນື່ອງຈາກວ່າ​ໂຢເຊັບ​ຄູ່ໝັ້ນ​ຂອງ​ນາງ​ເປັນ​ຄົນສັດຊື່​ຕໍ່​ກົດບັນຍັດ ແລະ ເຖິງ​ຢ່າງໃດ​ກໍ​ຕາມ ລາວ​ບໍ່​ຕ້ອງການ​ຈະ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ນາງ​ອັບອາຍ​ຕໍ່ໜ້າ​ມະຫາຊົນ, ລາວ​ຈຶ່ງ​ຄິດໃນໃຈ​ວ່າ​ຈະ​ຖອນໝັ້ນ​ນາງ​ຢ່າງ​ງຽບໆ.


ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ເພື່ອ​ເຮົາ​ຈະ​ໄດ້​ແບ່ງປັນ​ຂອງປະທານ​ຝ່າຍ​ຈິດວິນຍານ​ບາງ​ຢ່າງ​ໃຫ້​ແກ່​ພວກເຈົ້າ ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ


ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.


ຖ້າ​ຜູ້ໃດ​ຫິວ​ກໍ​ຄວນ​ຮັບປະທານ​ບາງ​ຢ່າງ​ທີ່​ເຮືອນ​ຂອງ​ຕົນ​ເສຍ, ເພື່ອວ່າ​ເມື່ອ​ພວກເຈົ້າ​ມາ​ຮ່ວມກັນ ພວກເຈົ້າ​ຈຶ່ງ​ຈະ​ບໍ່​ເປັນ​ຕົ້ນເຫດ​ໃນ​ການພິພາກສາ. ແລະ ເມື່ອ​ເຮົາ​ມາ ເຮົາ​ຈະ​ໃຫ້​ຂໍ້​ແນະນຳ​ເພີ່ມເຕີມ.


ເພາະ​ເວລາ​ນີ້​ເຮົາ​ຍັງ​ບໍ່​ຢາກ​ພົບ​ກັບ​ພວກເຈົ້າ​ເທື່ອ ແລະ ພຽງແຕ່​ແວ່​ຢ້ຽມຢາມ​ເທົ່ານັ້ນ; ຖ້າ​ວ່າ​ອົງພຣະຜູ້ເປັນເຈົ້າ​ອະນຸຍາດ ເຮົາ​ຫວັງ​ວ່າ​ຈະ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພວກເຈົ້າ​ດົນ​ສົມຄວນ.


ແຕ່​ຖ້າ​ອົງພຣະຜູ້ເປັນເຈົ້າ​ພໍໃຈ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ ເຮົາ​ຈະ​ບໍ່​ໄດ້​ຊອກ​ຮູ້​ພຽງແຕ່​ກ່ຽວກັບ​ຄຳເວົ້າ​ຂອງ​ພວກຄົນ​ອວດດີ​ເຫລົ່ານີ້​ເທົ່ານັ້ນ, ແຕ່​ທັງ​ລິດອຳນາດ​ທີ່​ພວກເຂົາ​ມີ​ດ້ວຍ.


ບັດນີ້ ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ເປັນ​ເທື່ອ​ທີສາມ ແລະ ເຮົາ​ຈະ​ບໍ່​ເປັນ​ພາລະ​ແກ່​ພວກເຈົ້າ, ເພາະວ່າ​ສິ່ງ​ທີ່​ເຮົາ​ຕ້ອງການ​ບໍ່ແມ່ນ​ຊັບສິນ​ຂອງ​ພວກເຈົ້າ ແຕ່​ແມ່ນ​ພວກເຈົ້າ. ເຖິງຢ່າງໃດ​ກໍ​ຕາມ ລູກ​ບໍ່​ສົມຄວນ​ທີ່​ຈະ​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ພໍ່ແມ່​ຂອງ​ຕົນ? ແຕ່​ແມ່ນ​ພໍ່ແມ່​ທີ່​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ລູກ​ຂອງ​ຕົນ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka