Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຊັ່ນ​ດຽວ​ກັບ​ທີ່​ພວກເຈົ້າ​ຊ່ວຍ​ພວກເຮົາ​ໂດຍ​ຄຳອະທິຖານ​ຂອງ​ພວກເຈົ້າ. ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ພວກເຮົາ​ສຳລັບ​ຄວາມກະລຸນາ​ທີ່​ພວກເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ການ​ຕອບ​ຄຳອະທິຖານ​ຂອງ​ຄົນ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ກັນ​ຊ່ວຍ​ໃນ​ການ​ພາວັນນາ​ອະທິຖານ​ສຳລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳນວນ​ຫລາຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ເຮົາ. ເນື່ອງ​ຈາກ​ພຣະພອນ​ທີ່​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ ອັນ​ເປັນ​ການ​ຕອບສະໜອງ​ຄົນ​ຈຳນວນ​ຫລາຍ​ທີ່​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:11
15 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.


ທັງໝົດ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພຣະຄຸນ​ທີ່​ກຳລັງ​ໄປ​ເຖິງ​ຄົນ​ຈຳນວນ​ຫລວງຫລາຍ ແລະ ຈະ​ເປັນ​ເຫດ​ໃຫ້​ມີ​ການຂອບພຣະຄຸນ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ໄຫລລົ້ນ​ໄປ​ສູ່​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ແລະ ໃຈ​ຂອງ​ພວກເຂົາ​ຈະ​ຄິດເຖິງ​ພວກເຈົ້າ​ຂະນະ​ທີ່​ອະທິຖານ​ເພື່ອ​ພວກເຈົ້າ ເພາະ​ພຣະຄຸນ​ອັນ​ລົ້ນເຫລືອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ພວກເຈົ້າ.


ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.


ແລະ ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ຂໍ​ໃຫ້​ພຣະເຈົ້າ​ເປີດ​ປະຕູ​ສຳລັບ​ຂໍ້ຄວາມ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ຂອງ​ພຣະຄຣິດເຈົ້າ, ການ​ທີ່​ເຮົາ​ຖືກຈໍາຈອງ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫລະ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.


ສຸດທ້າຍ​ນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ​ເພື່ອ​ວ່າ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ໄດ້​ແຜ່ຂະຫຍາຍ​ໄປ​ຢ່າງ​ໄວວາ ແລະ ເປັນ​ທີ່​ຖວາຍ​ກຽດ​ເໝືອນ​ທີ່​ເປັນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ.


ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.


ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ. ພວກເຮົາ​ແນ່ໃຈ​ວ່າ​ພວກເຮົາ​ມີ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ປາຖະໜາ​ທີ່​ຈະ​ດຳເນີນຊີວິດ​ຢ່າງ​ມີ​ກຽດ​ໃນ​ທຸກ​ດ້ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka