Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ບັນດາ​ຄົນ​ທີ່​ຢາກ​ໄດ້​ຄວາມຮັ່ງມີ​ກໍ​ຕົກ​ຢູ່​ໃນ​ການລໍ້ລວງ ແລະ ຕົກ​ໃນ​ບ້ວງແຮ້ວ​ຂອງ​ຄວາມປາຖະໜາ​ທີ່​ໂງ່ຈ້າ ແລະ ອັນຕະລາຍ​ຫລາຍ​ຢ່າງ​ທີ່​ດຶງ​ມະນຸດ​ລົງ​ສູ່​ຄວາມຈິບຫາຍ ແລະ ການທຳລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ສ່ວນ​ຄົນ​ທີ່​ຢາກ​ລໍ້າລວຍ​ກໍ​ຕົກ​ຢູ່​ໃນ​ການ​ທົດລອງ ເຂົາ​ຈຶ່ງ​ຖືກ​ບ້ວງແຮ້ວ​ຂອງ​ບັນດາ​ກິເລດ​ຕັນຫາ​ອັນ​ໂງ່ງ່າວ ແລະ​ເຮັດ​ໃຫ້​ເຈັບປວດ ຊຶ່ງ​ຈ່ອງດຶງ​ຄົນ​ເຫຼົ່ານັ້ນ ລົງ​ສູ່​ຄວາມ​ພິນາດ​ຈິບຫາຍ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:9
42 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ.


ເມື່ອ​ຊາຍ​ໜຸ່ມ​ໄດ້​ຍິນ​ເຊັ່ນ​ນັ້ນ, ລາວ​ກໍ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ​ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.


ແລະ ໄດ້​ຖາມ​ວ່າ, “ພວກທ່ານ​ຈະ​ເອົາ​ອັນ​ໃດ​ໃຫ້​ແກ່​ຂ້ານ້ອຍ​ຖ້າ​ຂ້ານ້ອຍ​ມອບ​ພຣະອົງ​ໃຫ້​ແກ່​ພວກທ່ານ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນັບ​ເງິນ​ສາມສິບ​ຫລຽນ​ໃຫ້​ຢູດາ.


“ຢ່າ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໃນ​ໂລກ, ເຊິ່ງ​ເປັນ​ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ໄດ້.


ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.


“ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.


ເພາະ​ວັນ​ນັ້ນ​ຈະ​ມາ​ເຖິງ​ທຸກຄົນ​ທີ່​ໃຊ້​ຊີວິດ​ຢູ່​ເທິງ​ແຜ່ນດິນໂລກ.


ເປໂຕ​ຕອບ​ວ່າ: “ຂໍ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ພ້ອມ​ກັບ​ເຈົ້າ, ເພາະ​ເຈົ້າ​ຄິດ​ວ່າ​ເຈົ້າ​ສາມາດ​ຊື້​ຂອງປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ!


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ກົດບັນຍັດ​ບໍ່​ໄດ້​ມີ​ເພື່ອ​ຜູ້ຊອບທຳ ແຕ່​ມີ​ເພື່ອ​ຄົນ​ທີ່​ລະເມີດ​ກົດ ແລະ ຄົນ​ທີ່​ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນ​ບໍ່​ບໍລິສຸດ ແລະ ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ, ຄົນ​ຂ້າ​ພໍ່​ຂ້າ​ແມ່, ຄົນ​ຂ້າ​ຄົນ,


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.


ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.


ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


ພຣະຄຸນ​ນີ້​ສອນ​ພວກເຮົາ​ກ່າວ​ປະຕິເສດ​ຕໍ່​ຄວາມອະທຳ ແລະ ຕັນຫາ​ຝ່າຍໂລກ ແລະ ສອນ​ພວກເຮົາ​ໃຫ້​ດຳເນີນຊີວິດ​ໃນ​ຍຸກ​ນີ້​ເໝືອນ​ຄົນ​ທີ່​ຮູ້ຈັກ​ຄວບຄຸມຕົນເອງ, ເປັນ​ຄົນ​ຍຸຕິທຳ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka