Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລະ​ການ​ໂຕ້ຖຽງ​ກັນ​ຢ່າງ​ບໍ່ມີ​ທີ່​ສິ້ນສຸດ ລະຫວ່າງ​ຄົນ​ໃຈ​ດື້ດ້ານ​ແລະ​ຄົນ​ໃຈ​ຄົດໂກງ ຂາດ​ຄວາມຈິງ ເຂົາ​ຄິດ​ວ່າ​ຄວາມເຊື່ອ​ໃນ​ພຣະເຈົ້າ​ນັ້ນ ເປັນ​ຫົນທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ສີສຸກ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:5
34 Jak'a apnaqawi uñst'ayäwi  

“ປູກ​ຕົ້ນໄມ້​ດີ ຜົນ​ຂອງ​ມັນ​ກໍ​ຈະ​ດີ, ຫລື ປູກ​ຕົ້ນໄມ້​ບໍ່​ດີ ຜົນ​ຂອງ​ມັນ​ກໍ​ຈະ​ບໍ່​ດີ, ເພາະວ່າ​ຈະ​ຮູ້ຈັກ​ຕົ້ນໄມ້​ໄດ້​ກໍ​ດ້ວຍ​ຜົນ​ຂອງ​ມັນ.


ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ການອະທິຖານ’ ແຕ່​ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’”.


“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.


ຖ້າ​ຜູ້ໃດ​ຈະ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກເຮົາ​ກັບ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ບໍ່​ມີ​ເລື່ອງ​ປະຕິບັດ​ຢ່າງ​ອື່ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


ມີ​ບາງຄົນ​ໄດ້​ຫລົງເສຍໄປ​ຈາກ​ສິ່ງ​ເຫລົ່ານີ້ ແລະ ຫັນ​ໄປ​ເວົ້າ​ແບບ​ໄຮ້ສາລະ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.


ຢ່າ​ໄປ​ກ່ຽວຂ້ອງ​ກັບ​ນິຍາຍ​ອັນ​ໄຮ້ສາລະ ແລະ ນິທານຂີ້ຕົວະ​ຕ່າງໆ ຈົ່ງ​ຝຶກຝົນ​ຕົນເອງ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ດີ​ກວ່າ.


ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ.


ແຕ່​ທາງ​ຂອງ​ພຣະເຈົ້າ​ກັບ​ຄວາມພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ກໍ​ເປັນ​ກຳໄລ​ອັນ​ໃຫຍ່ຫລວງ.


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ເຊັ່ນ​ດຽວ​ກັນ​ກັບ​ຢາເນ ແລະ ຢຳເບ​ທີ່​ຕໍ່ຕ້ານ​ໂມເຊ ດັ່ງນັ້ນ​ພວກຄູສອນ​ເຫລົ່ານີ້​ກໍ​ຕໍ່ຕ້ານ​ຄວາມຈິງ. ພວກເຂົາ​ເປັນ​ຄົນ​ທີ່​ມີ​ຈິດໃຈ​ຊົ່ວຊ້າ, ຄວາມເຊື່ອ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ຍອມຮັບ


ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່


ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


ສິນຄ້າ​ອື່ນ​ອີກ​ຄື: ອົບເຊີຍ ແລະ ເຄື່ອງ​ເທດ, ເຄື່ອງຫອມ ແລະ ກຳຍານ, ເຫລົ້າອະງຸ່ນ, ນ້ຳມັນ​ໝາກກອກ, ແປ້ງລະອຽດ ແລະ ເຂົ້າຫວີດ, ງົວ ແລະ ແກະ, ມ້າ, ລົດມ້າ ແລະ ມະນຸດ​ທີ່​ຖືກ​ຂາຍ​ເປັນ​ຂ້າທາດ​ດ້ວຍ.


ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka