Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຜູ້​ນັ້ນ​ກໍ​ອວດໂຕຈອງຫອງ ແລະ ບໍ່​ເຂົ້າໃຈ​ສິ່ງໃດ​ເລີຍ. ພວກເຂົາ​ເມົາມົວ​ຢູ່​ກັບ​ການ​ຖົກຖຽງກັນ ແລະ ການ​ທະເລາະວິວາດ​ກັນ​ໃນ​ເລື່ອງ​ຄຳເວົ້າ​ຕ່າງໆ​ທີ່​ເຮັດ​ໃຫ້​ເກີດ​ການອິດສາ​ກັນ, ການຍາດແຍ່ງຊິງດີ​ກັນ, ການເວົ້າຮ້າຍ, ການລະແວງ​ສົງໄສ​ທີ່​ຊົ່ວຮ້າຍ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ກໍ​ເປັນ​ຄົນ​ຈອງຫອງ​ພອງຕົວ​ຂຶ້ນ ແລະ​ບໍ່​ຮູ້ຈັກ​ສິ່ງໃດ​ເລີຍ. ເຂົາ​ມົວເມົາ​ຢູ່​ກັບ​ການ​ຖົກຖຽງ ແລະ​ການ​ທະເລາະ​ວິວາດ​ເຖິງ​ເລື່ອງ​ຖ້ອຍຄຳ ຊຶ່ງ​ນຳ​ໄປ​ສູ່​ການ​ເຫິງສາ​ກັນ ການ​ຜິດຖຽງ​ກັນ ການ​ໝິ່ນປະໝາດ​ກັນ ຄວາມ​ລະແວງ​ສົງໄສ​ກັນ

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:4
44 Jak'a apnaqawi uñst'ayäwi  

ຄຳສອນ​ນີ້​ໄດ້​ເຮັດ​ໃຫ້​ໂປໂລ​ກັບ​ບາຣະນາບາ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ. ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ພ້ອມ​ກັບ​ຜູ້ທີ່ເຊື່ອ​ບາງຄົນ​ໃຫ້​ຂຶ້ນ​ໄປ​ພົບ​ບັນດາ​ອັກຄະສາວົກ ແລະ ຜູ້ປົກຄອງ​ທີ່​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ແຕ່​ນີ້​ເປັນ​ບັນຫາ​ເລື່ອງ​ຖ້ອຍຄຳ, ເລື່ອງ​ຊື່​ຕ່າງໆ ແລະ ເລື່ອງ​ກົດບັນຍັດ​ຂອງ​ພວກເຈົ້າ​ເອງ, ຈົ່ງ​ໄປ​ຕົກລົງ​ກັນ​ເອງ. ເຮົາ​ຈະ​ບໍ່​ຕັດສິນ​ເລື່ອງ​ເຫລົ່ານີ້”.


ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ​ໄດ້​ໃຊ້​ເວດມົນຄາຖາ ມາ​ໄລຍະໜຶ່ງ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຊາວ​ຊາມາເຣຍ​ທັງໝົດ​ອັດສະຈັນ​ໃຈ. ລາວ​ໄດ້​ໂອ້ອວດ​ວ່າ​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ສຳຄັນ​ຫລາຍ,


ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ ຢ່າ​ອວດອົ່ງທະນົງຕົນ.


ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.


ຖ້າ​ຜູ້ໃດ​ຈະ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກເຮົາ​ກັບ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ບໍ່​ມີ​ເລື່ອງ​ປະຕິບັດ​ຢ່າງ​ອື່ນ.


ໃນ​ປະເດັນ​ທຳອິດ ເຮົາ​ໄດ້​ຍິນ​ວ່າ​ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ​ໃນ​ຖານະ​ຄຣິສຕະຈັກ​ນັ້ນ, ກໍ​ມີ​ການແບ່ງແຍກ​ກັນ​ໃນ​ທ່າມກາງ​ພວກເຈົ້າ ແລະ ເຮົາ​ກໍ​ເຊື່ອ​ເລື່ອງ​ນີ້​ຢູ່​ແດ່​ໃນ​ບາງ​ຂອບເຂດ.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ພວກເຈົ້າ​ຍັງ​ຢູ່​ຝ່າຍໂລກ. ເພາະ​ເນື່ອງຈາກ​ວ່າ​ຍັງ​ມີ​ການອິດສາ​ກັນ ແລະ ການຜິດຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ​ຢູ່, ພວກເຈົ້າ​ຢູ່​ຝ່າຍໂລກ​ບໍ່ແມ່ນ​ບໍ? ພວກເຈົ້າ​ບໍ່​ໄດ້​ປະພຶດ​ຕົນ​ເໝືອນ​ດັ່ງ​ມະນຸດ​ທຳມະດາ​ບໍ?


ແທ້​ຈິງ​ແລ້ວ ພວກເຈົ້າ​ທົນ​ຮັບ​ແມ່ນແຕ່​ຄົນ​ທີ່​ມາ​ເອົາ​ພວກເຈົ້າ​ໄປ​ເປັນ​ຂ້າທາດ ຫລື ຄົນ​ທີ່​ຂູດຮີດ​ພວກເຈົ້າ ຫລື ຄົນ​ທີ່​ເອົາປຽບ​ພວກເຈົ້າ ຫລື ຄົນ​ທີ່​ຍົກ​ຕົນ​ເປັນ​ໃຫຍ່​ເໜືອ​ພວກເຈົ້າ ຫລື ຄົນ​ທີ່​ຕົບ​ໜ້າ​ພວກເຈົ້າ.


ຖ້າ​ພວກເຈົ້າ​ຍັງ​ກັດ​ກິນ​ກັນ​ເອງ, ຈົ່ງ​ລະວັງ​ໃຫ້​ດີ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ດ້ວຍ​ກັນ.


ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ກໍ​ເປັນ​ຄວາມຈິງ​ທີ່​ບາງຄົນ​ໄດ້​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຈິດໃຈ​ທີ່​ອິດສາ ແລະ ຊິງດີຊິງເດັ່ນ​ກັນ, ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະກາດ​ດ້ວຍ​ເຈດຕະນາດີ.


ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ຢ່າ​ໃຫ້​ຜູ້ໃດ​ທີ່​ຊື່ນຊົມ​ກັບ​ການ​ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ການ​ຂາບໄຫວ້​ເທວະດາ​ເຮັດ​ໃຫ້​ພວກເຈົ້າ​ໝົດ​ສິດ​ຮັບ​ລາງວັນ. ຄົນ​ຢ່າງ​ນັ້ນ​ໄຝ່ຝັນ​ເຖິງ​ແຕ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ. ພວກເຂົາ​ອວດໂຕ​ຂຶ້ນ​ດ້ວຍ​ຄວາມຄິດ​ໄຮ້ສາລະ​ຕາມ​ຈິດໃຈ​ຝ່າຍ​ເນື້ອໜັງ.


ມັນ​ຈະ​ຕໍ່ຕ້ານ ແລະ ຍົກ​ຕົນ​ເອງ​ຂຶ້ນ​ຢູ່​ເໜືອ​ທຸກສິ່ງ​ທີ່​ເອີ້ນ​ຊື່​ວ່າ​ພຣະເຈົ້າ ຫລື ເປັນ​ທີ່​ເຄົາລົບ​ບູຊາ ເພື່ອ​ວ່າ​ມັນ​ຈະ​ຕັ້ງ​ຕົນ​ເອງ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ປະກາດ​ຕົນ​ເອງ​ວ່າ​ເປັນ​ພຣະເຈົ້າ.


ທັງ​ບໍ່​ໃຫ້​ໝົກໝົ້ນ​ຕົນເອງ​ຢູ່​ກັບ​ນິຍາຍ​ຕ່າງໆ ແລະ ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ. ເຊິ່ງ​ເປັນ​ການ​ຄາດຄະເນ​ໄປ​ຫລາຍ​ກວ່າ​ຈະ​ສົ່ງເສີມ​ກິດຈະການ​ຂອງ​ພຣະເຈົ້າ​ໂດຍ​ຄວາມເຊື່ອ.


ພວກເຂົາ​ຢາກ​ຈະ​ເປັນ​ຄູສອນກົດບັນຍັດ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຕົນເອງ​ກຳລັງ​ເວົ້າ​ອັນໃດ ຫລື ຢືນຢັນ​ຢ່າງ​ໜັກແໜ້ນ​ເຖິງ​ເລື່ອງ​ອັນໃດ.


ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.


ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.


ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.


ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,


ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ຄວາມ​ຂັດແຍ້ງ​ອັນ​ໂງ່ຈ້າ, ເລື່ອງ​ລຳດັບ​ວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້​ກັນ​ກ່ຽວກັບ​ເລື່ອງ​ກົດບັນຍັດ ເພາະ​ສິ່ງ​ເຫລົ່ານີ້​ລ້ວນແຕ່​ບໍ່​ມີ​ປະໂຫຍດ ແລະ ໃຊ້​ການ​ບໍ່​ໄດ້.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,


ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.


ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


ເຈົ້າ​ກ່າວ​ວ່າ, ‘ຂ້ອຍ​ຮັ່ງມີ; ຂ້ອຍ​ໄດ້​ຊັບສົມບັດ​ຫລວງຫລາຍ ແລະ ບໍ່​ຕ້ອງ​ການ​ສິ່ງໃດ​ເລີຍ’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ຕົນເອງ​ເປັນ​ຄົນ​ໜ້າເວດທະນາ, ໜ້າສົງສານ, ຍາກຈົນ, ຕາບອດ ແລະ ເປືອຍກາຍ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka