Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ສ່ວນ​ບັນດາ​ຄົນ​ທີ່​ມີ​ນາຍ​ເປັນ​ຜູ້ທີ່ເຊື່ອ​ກໍ​ບໍ່​ຄວນ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພວກເພິ່ນ ເພາະ​ພວກເພິ່ນ​ເປັນ​ຜູ້ທີ່ເຊື່ອ​ດ້ວຍ​ກັນ. ກົງກັນຂ້າມ, ພວກເຂົາ​ສົມຄວນ​ຈະ​ຮັບໃຊ້​ນາຍ​ເຫລົ່ານັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ​ເພາະວ່າ​ນາຍ​ຂອງ​ພວກເຂົາ​ນັ້ນ​ເປັນ​ທີ່ຮັກ​ຂອງ​ພວກເຂົາ​ເປັນ​ຜູ້ທີ່ເຊື່ອ ແລະ ໄດ້​ອຸທິດ​ຕົນ​ເພື່ອ​ສະຫວັດດີການ​ຂອງ​ຂ້າທາດ​ຂອງ​ຕົນ. ເຈົ້າ​ຈົ່ງ​ສັ່ງສອນ ແລະ ເນັ້ນ​ພວກເຂົາ​ໃຫ້​ເຮັດ​ສິ່ງ​ເຫລົ່ານີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ສ່ວນ​ບັນດາ​ທາດຮັບໃຊ້ ທີ່​ມີ​ນາຍ​ເປັນ​ຄຣິສຕຽນ ກໍ​ຢ່າ​ລົດ​ຄວາມນັບຖື ຍ້ອນ​ວ່າ​ນາຍ​ນັ້ນ​ເປັນ​ພີ່ນ້ອງ​ຄຣິສຕຽນ​ດ້ວຍ​ກັນ ແຕ່​ໃຫ້​ພວກເຂົາ​ຮັບໃຊ້​ນາຍ​ນັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ ເພາະ​ເຫດ​ວ່າ ນາຍ​ຜູ້​ຮັບ​ປະໂຫຍດ​ຈາກ​ວຽກງານ​ຂອງ​ພວກເຂົາ​ນັ້ນ ກໍ​ເປັນ​ຄົນ​ທີ່​ເຊື່ອ​ແລະ​ເປັນ​ທີ່ຮັກ​ຂອງ​ພວກເຂົາ. ເຈົ້າ​ຕ້ອງ​ສັ່ງສອນ ແລະ​ເທດສະໜາ​ຂໍ້​ຄວາມ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:2
31 Jak'a apnaqawi uñst'ayäwi  

“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ຖ້າ​ກິ່ງກ້ານ​ບາງ​ສ່ວນ​ຖືກ​ຫັກ​ອອກ​ໄປ ແລະ ເຖິງແມ່ນ​ເຈົ້າ​ຈະ​ເປັນ​ໜໍ່​ຂອງ​ຕົ້ນໝາກກອກ​ປ່າ ເຈົ້າ​ກໍ​ຖືກ​ນຳມາ​ຕໍ່ເຂົ້າ​ໃນ​ທ່າມກາງ​ກິ່ງ​ອື່ນໆ, ແລະ ບັດນີ້ ເຈົ້າ​ກໍ​ໄດ້​ຮັບ​ນ້ຳ​ຫລໍ່ລ້ຽງ​ຈາກ​ຮາກ​ຕົ້ນໝາກກອກເທດ​ນັ້ນ,


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:


ເພາະ​ເຫດຜົນ​ນີ້, ຕັ້ງແຕ່​ເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ແລ້ວ,


ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.


ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກໂລຊາຍ, ຜູ້​ເປັນ​ພີ່ນ້ອງ​ທີ່​ສັດຊື່​ໃນ​ພຣະຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ເພາະ​ພວກເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ


ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ ແລະ ຍຸຕິທຳ ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ​ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ຈົ່ງ​ແນະນຳ ແລະ ສັ່ງສອນ​ສິ່ງ​ເຫລົ່ານີ້.


ຢ່າ​ຕຳໜິ​ຊາຍ​ຜູ້ອາວຸໂສ​ຢ່າງ​ຮຸນແຮງ, ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ​ເໝືອນດັ່ງ​ເພິ່ນ​ເປັນ​ພໍ່​ຂອງ​ເຈົ້າ. ຈົ່ງ​ປະຕິບັດ​ຕໍ່​ຊາຍໜຸ່ມ​ທີ່​ອາຍຸ​ອ່ອນ​ກວ່າ​ເໝືອນດັ່ງ​ເປັນ​ນ້ອງຊາຍ,


ເຖິງ​ຢ່າງ​ໃດ​ກໍ​ຕາມ ເຈົ້າ​ຈະ​ຕ້ອງ​ສອນ​ສິ່ງ​ທີ່​ສອດຄ່ອງ​ກັບ​ຄຳສອນ​ອັນ​ມີ​ຫລັກ.


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.


ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka