Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ອົງ​ດຽວ​ທີ່​ເປັນ​ອະມະຕະ ແລະ ດຳລົງ​ຢູ່​ໃນ​ຄວາມສະຫວ່າງ​ອັນ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້, ເປັນ​ອົງ​ທີ່​ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ ຫລື ສາມາດ​ເຫັນ​ພຣະອົງ​ໄດ້. ຂໍ​ໃຫ້​ກຽດ ແລະ ລິດທານຸພາບ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ນິລັນດອນ. ອາແມນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ອະມະຕະ ແລະ​ຊົງ​ສະຖິດ​ຢູ່​ໃນ​ຄວາມ​ສະຫວ່າງ ຊຶ່ງ​ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນ​ອົງ​ທີ່​ມະນຸດ​ບໍ່ໄດ້​ເຫັນ​ຈັກເທື່ອ ແລະ​ບໍ່​ສາມາດ​ເຫັນ​ໄດ້ ພຣະ​ກຽດ​ແລະ​ຣິດທານຸພາບ​ອັນ​ຖາວອນ ຈົ່ງ​ມີ​ແກ່​ພຣະອົງ​ນັ້ນ ອາແມນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:16
30 Jak'a apnaqawi uñst'ayäwi  

ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ​ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ພຣະບິດາເຈົ້າ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ອັບຣາຮາມ​ເກີດ, ເຮົາ​ກໍ​ເປັນ​ຢູ່​ແລ້ວ!”


ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ໃນ​ຄຣິສຕະຈັກ ແລະ ໃນ​ພຣະຄຣິດເຈົ້າເຢຊູ​ຕະຫລອດ​ທຸກ​ຍຸກ, ຕະຫລອດໄປ​ເປັນນິດ! ອາແມນ.


ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ທັງຫລາຍ​ຕະຫລອດໄປ​ເປັນນິດ. ອາແມນ.


ພຣະບຸດ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້​ທີ່​ພວກເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້, ເປັນ​ບຸດກົກ​ເໜືອ​ສິ່ງ​ທີ່​ສ້າງ​ທັງໝົດ.


ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.


ພຣະເຢຊູຄຣິດເຈົ້າ​ເປັນ​ຢູ່​ທັງ​ໃນ​ເວລາ​ວານນີ້, ວັນນີ້ ແລະ ຕະຫລອດໄປ.


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້​ຍິນ​ຈາກ​ພຣະອົງ ແລະ ປະກາດ​ແກ່​ພວກເຈົ້າ​ຄື: ພຣະເຈົ້າ​ເປັນ​ຄວາມສະຫວ່າງ, ໃນ​ພຣະອົງ​ບໍ່​ມີ​ຄວາມມືດ​ເລີຍ.


ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.


ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.


ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.


ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ກ່າວ​ວ່າ, “ເບິ່ງແມ! ບັດນີ້​ທີ່ສະຖິດ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ທ່າມກາງ​ມະນຸດ​ແລ້ວ, ພຣະອົງ​ຈະ​ຢູ່​ກັບ​ພວກເຂົາ. ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ພຣະອົງ ແລະ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.


ໂດຍ​ຮ້ອງ​ວ່າ: “ອາແມນ! ຂໍ​ໃຫ້​ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳ​ຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງ​ມີ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ, ອາແມນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka