Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ທຸກຄົນ​ທີ່​ຢູ່​ໃຕ້​ແອກ​ແຫ່ງ​ຄວາມ​ເປັນ​ຂ້າທາດ​ຄວນ​ຖື​ວ່າ​ນາຍ​ຂອງ​ຕົນ​ສົມຄວນ​ໄດ້​ຮັບ​ຄວາມເຄົາລົບ​ນັບຖື​ຢ່າງ​ເຕັມທີ່, ເພື່ອ​ວ່າ​ນາມ​ຂອງ​ພຣະເຈົ້າ ແລະ ຄຳສັ່ງສອນ​ຂອງ​ພວກເຮົາ​ຈະ​ບໍ່​ຖືກ​ໝິ່ນປະໝາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຝ່າຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຕ້ອງ​ຖື​ວ່າ​ນາຍ​ຂອງ​ພວກ​ຕົນ ເປັນ​ຜູ້​ສົມຄວນ​ໄດ້​ຮັບ​ກຽດ​ໃນ​ທຸກຢ່າງ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ກ່າວ​ປະໝາດ​ພຣະນາມ​ຂອງ​ພຣະເຈົ້າ ແລະ​ຄຳສັ່ງສອນ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:1
35 Jak'a apnaqawi uñst'ayäwi  

ເພາະ​ແອກ​ຂອງ​ເຮົາ​ນັ້ນ​ກໍ​ພໍເໝາະ ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ”.


ດັ່ງນັ້ນ ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ, ເຮົາ​ບອກ​ພວກເຈົ້າ​ວ່າ​ທ່ານ​ຜູ້​ນັ້ນ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ຄົນ​ສະດຸດລົ້ມ​ຈະ​ມີ​ມາ​ແນ່ນອນ, ແຕ່​ວິບັດ​ແກ່​ທຸກ​ຄົນ​ທີ່​ເປັນ​ຕົ້ນເຫດ​ໃຫ້​ສິ່ງ​ເຫລົ່ານັ້ນ​ມາ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ເມື່ອ​ເທວະດາ​ທີ່​ມາ​ບອກ​ເພິ່ນ​ໄດ້​ຈາກ​ໄປ​ແລ້ວ, ໂກເນລີໂອ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ສອງ​ຄົນ ແລະ ທະຫານ​ຮັບໃຊ້​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ມາ​ພົບ​ເພິ່ນ.


ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທົດລອງ​ພຣະເຈົ້າ​ໂດຍ​ເອົາ​ແອກ​ວາງ​ໃສ່​ຄໍ​ຂອງ​ພວກ​ຄົນຕ່າງຊາດ ເຊິ່ງ​ທັງ​ພວກເຮົາ ຫລື ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ບໍ່​ສາມາດ​ທີ່​ຈະ​ແບກ​ໄດ້?


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ​ກໍ​ເພາະ​ພວກເຈົ້າ​ທັງຫລາຍ”.


ຢ່າ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ຜູ້ໃດ​ສະດຸດໃຈ ບໍ່​ວ່າ​ຈະ​ເປັນ​ຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກ​ຂອງ​ພຣະເຈົ້າ


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.


ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka