Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ຍາດພີ່ນ້ອງ​ຂອງ​ຕົນ​ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ ຮ້າຍ​ກວ່າ​ຄົນ​ທີ່​ບໍ່ເຊື່ອ​ອີກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:8
19 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ພວກເຂົາ​ປະຕິເສດ​ບໍ່​ຍອມ​ຟັງ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ ຖ້າ​ພວກເຂົາ​ຍັງ​ບໍ່​ຍອມ​ຟັງ​ແມ່ນແຕ່​ຄຣິສຕະຈັກ ກໍ​ໃຫ້​ປະຕິບັດ​ຕໍ່​ພວກເຂົາ​ເໝືອນ​ທີ່​ພວກເຈົ້າ​ເຮັດ​ກັບ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ແລະ ຄົນເກັບພາສີ.


ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ຫລາຍ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າໃດ! ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ໃຫ້​ຂອງ​ດີ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ.


ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.


ແຕ່​ແທນທີ່, ພີ່ນ້ອງ​ຜູ້ໜຶ່ງ​ນຳເອົາ​ພີ່ນ້ອງ​ຜູ້ໜຶ່ງ​ອີກ​ໄປ​ຂຶ້ນ​ສານ ແລະ ນີ້​ແມ່ນ​ຢູ່​ຕໍ່ໜ້າ​ບັນດາ​ຄົນທີ່ບໍ່ເຊື່ອ!


ບັດນີ້ ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ເປັນ​ເທື່ອ​ທີສາມ ແລະ ເຮົາ​ຈະ​ບໍ່​ເປັນ​ພາລະ​ແກ່​ພວກເຈົ້າ, ເພາະວ່າ​ສິ່ງ​ທີ່​ເຮົາ​ຕ້ອງການ​ບໍ່ແມ່ນ​ຊັບສິນ​ຂອງ​ພວກເຈົ້າ ແຕ່​ແມ່ນ​ພວກເຈົ້າ. ເຖິງຢ່າງໃດ​ກໍ​ຕາມ ລູກ​ບໍ່​ສົມຄວນ​ທີ່​ຈະ​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ພໍ່ແມ່​ຂອງ​ຕົນ? ແຕ່​ແມ່ນ​ພໍ່ແມ່​ທີ່​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ລູກ​ຂອງ​ຕົນ.


ພຣະຄຣິດເຈົ້າ ແລະ ເບລີອາ​ຈະ​ລົງລອຍ​ກັນ​ໄດ້​ຢ່າງໃດ? ຜູ້ເຊື່ອ​ກັບ​ຜູ້​ບໍ່ເຊື່ອ​ຈະ​ມີ​ສິ່ງໃດ​ຮ່ວມກັນ​ໄດ້?


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.


ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka