Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ສັ່ງສອນ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ເຫລົ່ານີ້​ດ້ວຍ, ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຖືກ​ຕຳໜິ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຈົ່ງ​ສັ່ງ​ແມ່ໝ້າຍ​ໃຫ້​ສຳນຶກ​ເຖິງ​ຄຳແນະນຳ​ເຫຼົ່ານັ້ນ ເພື່ອ​ວ່າ​ນາງ​ຈະ​ບໍ່​ຖືກ​ຕິຕຽນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:7
7 Jak'a apnaqawi uñst'ayäwi  

ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ


ຕາມ​ທີ່​ເຮົາ​ໄດ້​ຂໍຮ້ອງ​ເຈົ້າ​ເມື່ອ​ເຮົາ​ໄປ​ຍັງ​ແຂວງ​ມາເກໂດເນຍ​ວ່າ, ໃຫ້​ເຈົ້າ​ຢູ່​ທີ່​ເອເຟໂຊ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສັ່ງ​ບາງຄົນ​ບໍ່​ໃຫ້​ສອນ​ຫລັກຂໍ້ເຊື່ອ​ທີ່​ຜິດ​ອີກ​ຕໍ່ໄປ


ຈົ່ງ​ແນະນຳ ແລະ ສັ່ງສອນ​ສິ່ງ​ເຫລົ່ານີ້.


ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.


ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ​ຜູ້​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ ແລະ ໂດຍ​ຄຳນຶງ​ເຖິງ​ການ​ມາ​ປາກົດ​ຂອງ​ພຣະອົງ ແລະ ອານາຈັກ​ຂອງ​ພຣະອົງ, ເຮົາ​ຂໍ​ຮຽກຮ້ອງ​ເຈົ້າ​ວ່າ:


ຄຳເວົ້າ​ນີ້​ເປັນ​ຄວາມຈິງ. ເຫດສະນັ້ນ ຈົ່ງ​ຕັກເຕືອນ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ມີ​ຄວາມເຊື່ອ​ໝັ້ນຄົງ.


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka