Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ໃນ​ທຳນອງ​ດຽວ​ກັນ​ນັ້ນ ການ​ເຮັດດີ​ຍ່ອມ​ປາກົດແຈ້ງ ແລະ ເຖິງ​ແມ່ນ​ວ່າ​ການ​ເຫລົ່ານັ້ນ​ບໍ່​ປາກົດແຈ້ງ​ກໍ​ບໍ່​ສາມາດ​ເຊື່ອງ​ໄວ້​ໄດ້​ຕະລອດໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ສ່ວນ​ການ​ດີ​ກໍ​ປາກົດ​ເປີດເຜີຍ​ຢ່າງ​ດຽວກັນ ແລະ​ເຖິງ​ແມ່ນ​ວ່າ​ບໍ່​ປາກົດ​ຄັກ ກໍ​ປົກບັງ​ໄວ້​ບໍ່ໄດ້.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:25
13 Jak'a apnaqawi uñst'ayäwi  

ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.


“ບໍ່​ມີ​ຜູ້ໃດ​ໄຕ້​ຕະກຽງ​ແລ້ວ​ຕັ້ງ​ໄວ້​ໃນ​ບ່ອນ​ລັບ​ບັງ ຫລື ເອົາ​ກະບຸງ​ມາ​ງວາມ​ໄວ້, ແຕ່​ພວກເຂົາ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ ເພື່ອ​ວ່າ​ຄົນ​ທັງຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງສະຫວ່າງ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.


ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka