Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ຕັ້ງ​ແຕ່​ນີ້​ໄປ ຢ່າ​ດື່ມ​ແຕ່​ນ້ຳ, ຈົ່ງ​ປົນ​ເຫລົ້າອະງຸ່ນ​ເລັກນ້ອຍ ເພາະ​ຍ້ອນ​ກະເພາະອາຫານ​ຂອງ​ເຈົ້າ ແລະ ຄວາມເຈັບປ່ວຍ​ທີ່​ເຈົ້າ​ເປັນ​ຢູ່​ເລື້ອຍໆ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ຕໍ່ໄປ​ຢ່າ​ດື່ມ​ແຕ່​ນໍ້າ​ສິ່ງ​ດຽວ ແຕ່​ຄວນ​ໃຊ້​ເຫລົ້າແວງ​ແດ່​ເລັກນ້ອຍ ເພາະ​ເຫັນແກ່​ກະເພາະ​ອາຫານ ແລະ​ຄວາມ​ອ່ອນແຮງ​ທີ່​ເຈົ້າ​ມີ​ຢູ່​ເລື້ອຍ​ນັ້ນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:23
11 Jak'a apnaqawi uñst'ayäwi  

ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.


ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ,


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka