Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ສຳລັບ​ຜູ້​ທີ່​ຍັງ​ເຮັດ​ບາບ​ຢູ່​ນັ້ນ ຈົ່ງ​ຕຳໜິ​ຕິຕຽນ​ເຂົາ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ຄົນອື່ນ​ຈະ​ໄດ້​ຢຳເກງ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:20
15 Jak'a apnaqawi uñst'ayäwi  

ເມື່ອ​ເລື່ອງ​ນີ້​ໄປ​ເຖິງ​ຫູ​ຊາວ​ຢິວ ແລະ ຊາວ​ກຣີກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ພວກເຂົາ​ທັງຫລາຍ​ກໍ​ຖືກ​ຈູ່ໂຈມ​ດ້ວຍ​ຄວາມ​ຢ້ານ ແລະ ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກໍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ.


ຄຣິສຕະຈັກ​ທັງໝົດ ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ເຫດການ​ເຫລົ່ານີ້​ຕ່າງ​ກໍ​ພາກັນ​ຕົກໃຈ​ຢ້ານກົວ​ຫລາຍ.


ເມື່ອ​ອານາເນຍ​ໄດ້​ຍິນ​ດັ່ງ​ນີ້, ລາວ​ກໍ​ລົ້ມ​ລົງ​ຕາຍ. ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.


ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.


ຢ່າ​ມີສ່ວນ​ກັບ​ກິດຈະການ​ຂອງ​ຄວາມມືດ​ທີ່​ບໍ່​ມີ​ຜົນ, ແຕ່​ຈົ່ງ​ເປີດເຜີຍ​ການກະທຳ​ເຫລົ່ານັ້ນ​ອອກມາ​ກໍ​ດີ​ກວ່າ.


ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ຄຳເວົ້າ​ນີ້​ເປັນ​ຄວາມຈິງ. ເຫດສະນັ້ນ ຈົ່ງ​ຕັກເຕືອນ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ມີ​ຄວາມເຊື່ອ​ໝັ້ນຄົງ.


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka