Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເພາະ​ພຣະຄຳພີ​ກ່າວ​ວ່າ, “ຢ່າ​ເອົາ​ປອກ​ສຸບ​ໃສ່​ປາກ​ງົວ​ໃນ​ຂະນະ​ທີ່​ມັນ​ກຳລັງ​ນວດ​ເມັດພືດ​ຢູ່” ແລະ “ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຢ່າ​ເອົາ​ກະສອບ​ສູບ​ໃສ່​ປາກ​ງົວ ທີ່​ກໍາລັງ​ຢຽບ​ເຂົ້າ” ແລະ “ຄົນງານ​ກໍ​ຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງຕົນ.”

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:18
13 Jak'a apnaqawi uñst'ayäwi  

ຢ່າ​ເອົາ​ຖົງ ຫລື ເສື້ອ​ອີກ​ໂຕ​ໜຶ່ງ ຫລື ເກີບ ຫລື ໄມ້ຄ້ອນເທົ້າ​ໄປ​ນຳ ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ການລ້ຽງດູ.


ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ, ກິນ ແລະ ດື່ມ​ຕາມ​ທີ່​ພວກເຂົາ​ຈັດ​ມາ​ໃຫ້​ພວກເຈົ້າ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ. ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ໄປ​ສູ່​ເຮືອນ​ອື່ນ.


ຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ວ່າ, “ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ”.


ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,


ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.


ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.


ໃນ​ທຳນອງ​ດຽວກັນ ອົງພຣະຜູ້ເປັນເຈົ້າ​ສັ່ງ​ໄວ້​ວ່າ ຜູ້​ທີ່​ປະກາດ​ຂ່າວປະເສີດ​ກໍ​ຄວນ​ໄດ້ຮັບ​ການລ້ຽງດູ​ຈາກ​ຂ່າວປະເສີດ​ນັ້ນ.


ພຣະຄຳພີ​ໄດ້​ຮູ້​ລ່ວງໜ້າ​ແລ້ວ​ວ່າ​ພຣະເຈົ້າ​ຈະ​ນັບວ່າ​ຄົນຕ່າງຊາດ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ ແລະ ໄດ້​ປະກາດຂ່າວປະເສີດ​ລ່ວງໜ້າ​ແກ່​ອັບຣາຮາມ​ແລ້ວ​ວ່າ: “ທຸກ​ຊົນຊາດ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ”.


ຫລື ພວກເຈົ້າ​ຄິດ​ວ່າ​ພຣະຄຳພີ​ກ່າວ​ໂດຍ​ບໍ່​ມີ​ເຫດຜົນ​ວ່າ​ຈິດວິນຍານ​ທີ່​ພຣະເຈົ້າ​ໃຫ້​ທີ່​ຢູ່​ໃນ​ພວກເຮົາ​ນັ້ນ ກໍ​ຢາກ​ໃຫ້​ພວກເຮົາ​ເປັນ​ຂອງ​ພຣະເຈົ້າ​ເທົ່ານັ້ນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka