Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:14
19 Jak'a apnaqawi uñst'ayäwi  

ເຫດສະນັ້ນ ໃຫ້​ພວກເຮົາ​ເລີກ​ຕັດສິນ​ກັນ. ແຕ່​ຈົ່ງ​ຕັດສິນໃຈ​ວ່າ​ຈະ​ບໍ່​ວາງ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ຫລື ວາງ​ເຄື່ອງ​ກີດຂວາງ​ໃນ​ທາງ​ຂອງ​ພີ່ນ້ອງ.


ແລະ ເຮົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຢູ່​ນີ້​ຕໍ່ໄປ ເພື່ອ​ຕັດ​ບັນຫາ​ອອກ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ຫາ​ໂອກາດ​ໃຫ້​ໄດ້​ຮັບ​ການຍອມຮັບ​ວ່າ​ເທົ່າທຽມກັນ​ກັບ​ພວກເຮົາ​ໃນ​ສິ່ງ​ທີ່​ພວກເຂົາ​ອວດອ້າງ​ໃສ່.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.


ພວກເຂົາ​ຫ້າມ​ຄົນ​ທັງຫລາຍ​ແຕ່ງງານ ແລະ ສັ່ງ​ໃຫ້​ລະເວັ້ນ​ອາຫານ​ບາງ​ຊະນິດ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໄວ້​ເພື່ອ​ຈະ​ໄດ້​ຮັບ​ການໂມທະນາ​ຂອບພຣະຄຸນ​ຈາກ​ບັນດາ​ຜູ້ທີ່ເຊື່ອ ແລະ ຜູ້​ທີ່​ຮູ້ຈັກ​ຄວາມຈິງ.


ສ່ວນ​ພວກແມ່ໝ້າຍ​ທີ່​ຍັງ​ໜຸ່ມ​ຢູ່​ນັ້ນ ຢ່າ​ບັນທຶກ​ພວກເຂົາ​ລົງ​ໃນ​ທະບຽນ, ເພາະ​ເມື່ອ​ຄວາມປາຖະໜາ​ທາງ​ຮ່າງກາຍ​ຂອງ​ພວກເຂົາ​ເອົາ​ຊະນະ​ການອຸທິດຕົນ​ຂອງ​ພວກເຂົາ​ແກ່​ພຣະຄຣິດເຈົ້າ​ນັ້ນ, ພວກເຂົາ​ກໍ​ຢາກ​ແຕ່ງງານ​ອີກ.


ທຸກຄົນ​ທີ່​ຢູ່​ໃຕ້​ແອກ​ແຫ່ງ​ຄວາມ​ເປັນ​ຂ້າທາດ​ຄວນ​ຖື​ວ່າ​ນາຍ​ຂອງ​ຕົນ​ສົມຄວນ​ໄດ້​ຮັບ​ຄວາມເຄົາລົບ​ນັບຖື​ຢ່າງ​ເຕັມທີ່, ເພື່ອ​ວ່າ​ນາມ​ຂອງ​ພຣະເຈົ້າ ແລະ ຄຳສັ່ງສອນ​ຂອງ​ພວກເຮົາ​ຈະ​ບໍ່​ຖືກ​ໝິ່ນປະໝາດ.


ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.


ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.


ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka