12 ອັນເປັນເຫດໃຫ້ພວກເຮົາຖືກພິພາກສາເພາະລະເມີດຄຳປະຕິຍານຂອງຕົນທີ່ໃຫ້ໄວ້ແຕ່ທຳອິດ.
12 ຈຶ່ງເຮັດຜິດຍ້ອນລະເມີດຄຳປະຕິຍານເດີມຂອງຕົນ.
ຖ້າຜູ້ໃດຫິວກໍຄວນຮັບປະທານບາງຢ່າງທີ່ເຮືອນຂອງຕົນເສຍ, ເພື່ອວ່າເມື່ອພວກເຈົ້າມາຮ່ວມກັນ ພວກເຈົ້າຈຶ່ງຈະບໍ່ເປັນຕົ້ນເຫດໃນການພິພາກສາ. ແລະ ເມື່ອເຮົາມາ ເຮົາຈະໃຫ້ຂໍ້ແນະນຳເພີ່ມເຕີມ.
ເຮົາປະຫລາດໃຈທີ່ພວກເຈົ້າທັງຫລາຍໄດ້ປະຖິ້ມພຣະອົງ ຜູ້ເອີ້ນພວກເຈົ້າໃຫ້ດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະຄຣິດເຈົ້າໄປຢ່າງໄວວາ ແລະ ຫັນໄປຫາຂ່າວປະເສີດທີ່ແຕກຕ່າງ
ສ່ວນພວກແມ່ໝ້າຍທີ່ຍັງໜຸ່ມຢູ່ນັ້ນ ຢ່າບັນທຶກພວກເຂົາລົງໃນທະບຽນ, ເພາະເມື່ອຄວາມປາຖະໜາທາງຮ່າງກາຍຂອງພວກເຂົາເອົາຊະນະການອຸທິດຕົນຂອງພວກເຂົາແກ່ພຣະຄຣິດເຈົ້ານັ້ນ, ພວກເຂົາກໍຢາກແຕ່ງງານອີກ.
ນອກຈາກນີ້ ພວກເຂົາຈະມີນິໄສຂີ້ຄ້ານທຽວໄປເຮືອນນັ້ນເຮືອນນີ້ ແລະ ບໍ່ພຽງແຕ່ພວກເຂົາກາຍເປັນຄົນຂີ້ຄ້ານເທົ່ານັ້ນແຕ່ຍັງມັກເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າສິ່ງທີ່ບໍ່ຄວນເວົ້າ.
ພີ່ນ້ອງທີ່ເຊື່ອທັງຫລາຍເອີຍ, ບໍ່ແມ່ນຫລາຍຄົນໃນພວກເຈົ້າຈະຕ້ອງເປັນອາຈານ, ເພາະພວກເຈົ້າກໍຮູ້ຢູ່ວ່າພວກເຮົາທີ່ເປັນຜູ້ສອນນັ້ນຈະຖືກຕັດສິນຢ່າງເຂັ້ມງວດກວ່າຜູ້ອື່ນ.
ເພາະເຖິງເວລາແລ້ວທີ່ການພິພາກສາຈະເລີ່ມຂຶ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະ ຖ້າການພິພາກສາເລີ່ມຕົ້ນທີ່ພວກເຮົາກ່ອນ ແລ້ວຜົນທີ່ຈະໄດ້ຮັບຂອງບັນດາຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ?