Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:10
42 Jak'a apnaqawi uñst'ayäwi  

ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເໝືອນກັນ​ໄດ້​ກຳໄລ​ມາ​ອີກ​ສອງ​ຖົງ.


ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.


ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.


ແລ້ວ​ພຣະອົງ​ກໍ​ຫລຽວ​ໄປ​ເບິ່ງ​ຍິງ​ຄົນ​ນັ້ນ ແລະ ກ່າວ​ກັບ​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້ ຫລື ບໍ່? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ. ເຈົ້າ​ບໍ່​ໄດ້​ເອົາ​ນ້ຳ​ມາ​ໃຫ້​ເຮົາ​ລ້າງ​ຕີນ, ສ່ວນ​ນາງ​ໄດ້​ລ້າງ​ຕີນ​ຂອງ​ເຮົາ​ດ້ວຍ​ນໍ້າຕາ ແລະ ເຊັດ​ຕີນ​ຂອງ​ເຮົາ​ດ້ວຍ​ຜົມ​ຂອງ​ນາງ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.


ເປໂຕ​ຈຶ່ງ​ໄປ​ກັບ​ພວກເຂົາ ແລະ ເມື່ອ​ເພິ່ນ​ມາ​ຮອດ​ແລ້ວ​ພວກເຂົາ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນເທິງ. ມີ​ບັນດາ​ແມ່ໝ້າຍ​ມາ​ຢືນ​ອ້ອມ​ເປໂຕ, ຮ້ອງໄຫ້ ແລະ ຊີ້​ໃຫ້​ເພິ່ນ​ເບິ່ງ​ເຄື່ອງນຸ່ງ​ຕ່າງໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເມື່ອ​ນາງ​ຍັງ​ມີຊີວິດ​ຢູ່​ກັບ​ພວກເຂົາ.


ຈົ່ງ​ແບ່ງປັນ​ແກ່​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ມີ​ຄວາມຕ້ອງການ. ຈົ່ງ​ຕ້ອນຮັບແຂກ​ດ້ວຍ​ໃຈເຫລື້ອມໃສ.


ເພາະ​ພວກເຮົາ​ເປັນ​ຜົນງານ​ຂອງ​ພຣະເຈົ້າ ເຊິ່ງ​ໄດ້​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າເຢຊູ ເພື່ອ​ໃຫ້​ເຮັດ​ການ​ດີ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ໃຫ້​ພວກເຮົາ​ປະຕິບັດ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ແຕ່​ດ້ວຍ​ການກະທຳ​ທີ່​ດີ ເຊິ່ງ​ເໝາະສົມ​ກັບ​ແມ່ຍິງ​ຜູ້​ທີ່​ປະກາດ​ຕົນ​ວ່າ​ນະມັດສະການ​ພຣະເຈົ້າ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ຖ້າ​ແມ່ຍິງ​ຄົນ​ໃດ​ທີ່​ເປັນ​ຜູ້ທີ່ເຊື່ອ​ມີ​ແມ່ໝ້າຍ​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ນາງ ນາງ​ກໍ​ຄວນ​ສືບຕໍ່​ຊ່ວຍເຫລືອ​ພວກເຂົາ ແລະ ຢ່າ​ປ່ອຍ​ພວກເຂົາ​ໃຫ້​ເປັນ​ພາລະ​ຂອງ​ຄຣິສຕະຈັກ, ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ສາມາດ​ຊ່ວຍເຫລືອ​ບັນດາ​ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ການ​ເຮັດດີ​ຍ່ອມ​ປາກົດແຈ້ງ ແລະ ເຖິງ​ແມ່ນ​ວ່າ​ການ​ເຫລົ່ານັ້ນ​ບໍ່​ປາກົດແຈ້ງ​ກໍ​ບໍ່​ສາມາດ​ເຊື່ອງ​ໄວ້​ໄດ້​ຕະລອດໄປ.


ຈົ່ງ​ສັ່ງ​ພວກເຂົາ​ເຫລົ່ານັ້ນ​ໃຫ້​ເຮັດຄວາມດີ, ຮັ່ງມີ​ໃນ​ການ​ເຮັດຄວາມດີ ແລະ ໃຫ້​ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ ເຕັມໃຈ​ທີ່​ຈະ​ແບ່ງປັນ.


ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ບັນດາ​ຜູ້​ທີ່​ຊຳລະ​ຕົນເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.


ເພື່ອ​ວ່າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຈະ​ມີ​ຄວາມພ້ອມ​ຄົບຖ້ວນ​ສຳລັບ​ເຮັດ​ການ​ດີ​ທຸກຢ່າງ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ


ຈົ່ງ​ເຕືອນສະຕິ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃນ​ບັງຄັບ​ຂອງ​ຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້​ເຊື່ອຟັງ ແລະ ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ,


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


ແລະ ໃຫ້​ພວກເຮົາ​ພິຈາລະນາ​ເບິ່ງ​ວ່າ​ພວກເຮົາ​ຈະ​ປຸກ​ໃຈ​ກັນ​ໃນ​ເລື່ອງ​ຄວາມຮັກ ແລະ ໃນ​ການ​ກະທຳ​ດີ​ໄດ້​ຢ່າງໃດ,


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.


ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka