Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຢ່າ​ຕຳໜິ​ຊາຍ​ຜູ້ອາວຸໂສ​ຢ່າງ​ຮຸນແຮງ, ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ​ເໝືອນດັ່ງ​ເພິ່ນ​ເປັນ​ພໍ່​ຂອງ​ເຈົ້າ. ຈົ່ງ​ປະຕິບັດ​ຕໍ່​ຊາຍໜຸ່ມ​ທີ່​ອາຍຸ​ອ່ອນ​ກວ່າ​ເໝືອນດັ່ງ​ເປັນ​ນ້ອງຊາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:1
26 Jak'a apnaqawi uñst'ayäwi  

“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


ໂປໂລ​ກັບ​ບາຣະນາບາ​ໄດ້​ແຕ່ງຕັ້ງ​ພວກຜູ້ປົກຄອງ​ໃນ​ແຕ່​ລະ​ຄຣິສຕະຈັກ ແລະ ພາກັນ​ຖືສິນ​ອົດອາຫານ​ອະທິຖານ​ເພື່ອ​ມອບ​ພວກເຂົາ​ໄວ້​ກັບ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ພວກເຂົາ​ວາງໃຈ.


ເມື່ອ​ພວກເພິ່ນ​ມາ​ເຖິງ​ເຢຣູຊາເລັມ, ພວກເພິ່ນ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ, ພວກເພິ່ນ​ໄດ້​ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ໃຫ້​ຄົນ​ເຫລົ່ານັ້ນ​ຟັງ.


ບັນດາ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໄດ້​ປະຊຸມ​ກັນ​ເພື່ອ​ພິຈາລະນາ​ບັນຫາ​ນີ້.


ຈາກ​ເມືອງ​ມີເລໂຕ, ໂປໂລ​ໃຊ້​ຄົນ​ໄປ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ເອເຟໂຊ​ມາ.


ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໜີ້​ພວກເຂົາ​ຄື: ຖ້າ​ພວກເຈົ້າ​ໜີ້​ພາສີ ຈົ່ງ​ເສຍ​ພາສີ, ຖ້າ​ຕິດຄ້າງ​ອາກອນ ຈົ່ງ​ເສຍ​ອາກອນ, ຖ້າ​ສົມຄວນ​ໃຫ້​ຄວາມເຄົາລົບ ຈົ່ງ​ໃຫ້​ຄວາມເຄົາລົບ, ຖ້າ​ສົມຄວນ​ໃຫ້​ກຽດ ຈົ່ງ​ໃຫ້​ກຽດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.


ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.


ຕໍ່​ແມ່ຍິງ​ຜູ້ອາວຸໂສ​ເໝືອນດັ່ງ​ເພິ່ນ​ເປັນ​ແມ່ ແລະ ຕໍ່​ຍິງ​ໜຸ່ມ​ທີ່​ມີ​ອາຍຸ​ອ່ອນກວ່າ​ເໝືອນດັ່ງ​ເປັນ​ນ້ອງສາວ​ດ້ວຍ​ຄວາມບໍລິສຸດ​ຢ່າງ​ແທ້ຈິງ.


ຈົ່ງ​ສອນ​ພວກ​ຜູ້ຊາຍ​ອາວຸໂສ​ໃຫ້​ເປັນ​ຜູ້​ຮູ້ຈັກ​ຄວບຄຸມອາລົມ, ເປັນ​ຄົນ​ໜ້າ​ນັບຖື, ເປັນ​ຄົນ​ຮູ້ຈັກ​ຄວບຄຸມ​ຕົນເອງ, ເຂັ້ມແຂງ​ໃນ​ຄວາມເຊື່ອ, ໃນ​ຄວາມຮັກ ແລະ ໃນ​ຄວາມອົດທົນ.


ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໜູນໃຈ​ບັນດາ​ຊາຍ​ໜຸ່ມ​ໃຫ້​ຮູ້ຈັກ​ຄວບຄຸມ​ຕົນເອງ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຈັບປ່ວຍ​ບໍ? ໃຫ້​ພວກເຂົາ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ມາ​ອະທິຖານ​ເພື່ອ ແລະ ເຈີມ​ພວກເຂົາ​ດ້ວຍ​ນ້ຳມັນ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ຈາກ ຜູ້​ອາວຸໂສ, ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka