Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:4
15 Jak'a apnaqawi uñst'ayäwi  

ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນມົນທິນ”.


ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.


ສຳລັບ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ, ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ​ວ່າ​ໃຫ້​ພວກເຂົາ​ລະເວັ້ນ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາລົບ, ລະເວັ້ນ​ຈາກ​ການກິນ​ເລືອດ, ລະເວັ້ນ​ຈາກ​ການກິນ​ຊີ້ນສັດ​ທີ່​ຖືກ​ຮັດຄໍ​ຕາຍ ແລະ ລະເວັ້ນ​ຈາກ​ການ​ຜິດສິນທຳທາງເພດ”.


ໃນ​ຖານະ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາ​ແນ່ໃຈ​ຢ່າງ​ເຕັມທີ່​ວ່າ​ບໍ່​ມີ​ອາຫານ​ໃດ​ເປັນມົນທິນ​ໃນ​ໂຕ​ຂອງ​ມັນ​ເອງ, ແຕ່​ຖ້າ​ຜູ້ໃດ​ຖືວ່າ​ສິ່ງໃດ​ເປັນມົນທິນ ສິ່ງ​ນັ້ນ​ກໍ​ເປັນມົນທິນ​ສຳລັບ​ລາວ.


ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ​ເພາະ​ເຫັນ​ແກ່​ອາຫານ​ເລີຍ. ອາຫານ​ທຸກ​ຢ່າງ​ປາດສະຈາກ​ມົນທິນ​ກໍ​ຈິງ, ແຕ່​ຖ້າ​ຄົນ​ໃດ​ທີ່​ກິນ​ສິ່ງ​ໃດ​ແລ້ວ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດໃຈ​ກໍ​ມີ​ຄວາມຜິດ.


ຜູ້ໃດ​ກໍ​ຕາມ​ຖື​ວັນ​ໃດ​ວັນ​ໜຶ່ງ​ເປັນ​ພິເສດ ກໍ​ຖື​ເພື່ອ​ອົງພຣະຜູ້ເປັນເຈົ້າ. ຜູ້​ທີ່​ກິນ​ຊີ້ນ ກໍ​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ເພາະ​ພວກເຂົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ ແລະ ຜູ້​ທີ່​ບໍ່​ກິນ ກໍ​ບໍ່​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນ​ພຣະເຈົ້າ.


ພວກເຈົ້າ​ເວົ້າ​ວ່າ: “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ປະໂຫຍດ. “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ການເສີມສ້າງ​ຂຶ້ນ.


ຊີ້ນ​ທີ່​ວາງ​ຂາຍ​ຕາມ​ຕະຫລາດ​ນັ້ນ​ກໍ​ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ເຖິງ​ຈິດສຳນຶກ,


ເພາະວ່າ, “ແຜ່ນດິນໂລກ ແລະ ທຸກສິ່ງ​ໃນ​ໂລກ​ເປັນ​ຂອງ​ອົງພຣະຜູ້ເປັນເຈົ້າ”.


ຖ້າ​ເຮົາ​ມີ​ສ່ວນຮ່ວມ​ໃນ​ອາຫານ​ນັ້ນ​ດ້ວຍ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຕຳໜິ​ເພາະ​ສິ່ງ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ?


ພວກເຂົາ​ຫ້າມ​ຄົນ​ທັງຫລາຍ​ແຕ່ງງານ ແລະ ສັ່ງ​ໃຫ້​ລະເວັ້ນ​ອາຫານ​ບາງ​ຊະນິດ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໄວ້​ເພື່ອ​ຈະ​ໄດ້​ຮັບ​ການໂມທະນາ​ຂອບພຣະຄຸນ​ຈາກ​ບັນດາ​ຜູ້ທີ່ເຊື່ອ ແລະ ຜູ້​ທີ່​ຮູ້ຈັກ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka