Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພວກເຂົາ​ຫ້າມ​ຄົນ​ທັງຫລາຍ​ແຕ່ງງານ ແລະ ສັ່ງ​ໃຫ້​ລະເວັ້ນ​ອາຫານ​ບາງ​ຊະນິດ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໄວ້​ເພື່ອ​ຈະ​ໄດ້​ຮັບ​ການໂມທະນາ​ຂອບພຣະຄຸນ​ຈາກ​ບັນດາ​ຜູ້ທີ່ເຊື່ອ ແລະ ຜູ້​ທີ່​ຮູ້ຈັກ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:3
30 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ໄດ້​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ​ເທິງ​ຫຍ້າ, ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ ແລະ ພວກສາວົກ​ຈຶ່ງ​ແຈກຢາຍ​ເຂົ້າຈີ່​ນັ້ນ​ໃຫ້​ແກ່​ປະຊາຊົນ.


ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.


ແລ້ວ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ປາ​ນ້ອຍ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ເຂົ້າຈີ່​ນັ້ນ​ໃຫ້​ພວກສາວົກ, ພວກເພິ່ນ​ຈຶ່ງ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ.


ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.


ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.


ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ, ໂປໂລ​ກໍ​ຈັບ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ພວກເຂົາ​ທັງຫລາຍ. ແລ້ວ​ເພິ່ນ​ກໍ​ຫັກ​ເຂົ້າຈີ່ ແລະ ເລີ່ມ​ກິນ.


ດ້ວຍວ່າ ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ການກິນ ແລະ ການດື່ມ ແຕ່​ເປັນ​ເລື່ອງ​ຂອງ​ຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີ​ໃນ​ພຣະວິນຍານບໍລິສຸດເຈົ້າ,


ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.


ຜູ້ໃດ​ກໍ​ຕາມ​ຖື​ວັນ​ໃດ​ວັນ​ໜຶ່ງ​ເປັນ​ພິເສດ ກໍ​ຖື​ເພື່ອ​ອົງພຣະຜູ້ເປັນເຈົ້າ. ຜູ້​ທີ່​ກິນ​ຊີ້ນ ກໍ​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ເພາະ​ພວກເຂົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ ແລະ ຜູ້​ທີ່​ບໍ່​ກິນ ກໍ​ບໍ່​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນ​ພຣະເຈົ້າ.


ພວກເຈົ້າ​ເວົ້າ​ວ່າ, “ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ ທ້ອງ​ມີ​ໄວ້​ສຳລັບ​ອາຫານ”, ແຕ່​ພຣະເຈົ້າ​ຈະ​ທຳລາຍ​ທັງ​ສອງ​ສິ່ງ​ນີ້. ເຖິງຢ່າງໃດ​ກໍ​ຕາມ, ຮ່າງກາຍ​ບໍ່​ໄດ້​ມີ​ໄວ້​ເພື່ອ​ການ​ຜິດສິນທຳທາງເພດ ແຕ່​ມີ​ໄວ້​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ​ມີ​ໄວ້​ເພື່ອ​ຮ່າງກາຍ.


ແຕ່​ຖ້າ​ເຈົ້າ​ຈະ​ແຕ່ງງານ ເຈົ້າ​ກໍ​ບໍ່​ໄດ້​ເຮັດບາບ; ແລະ ຖ້າ​ສາວບໍລິສຸດ​ຈະ​ແຕ່ງງານ​ນາງ​ກໍ​ບໍ່ໄດ້​ເຮັດບາບ. ແຕ່​ຜູ້​ທີ່​ແຕ່ງງານ​ແລ້ວ​ຈະ​ປະເຊີນໜ້າ​ກັບ​ຄວາມຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ຊີວິດ​ນີ້ ແລະ ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ຈາກ​ສິ່ງ​ນີ້.


ແຕ່​ອາຫານ​ບໍ່​ໄດ້​ນຳ​ພວກເຮົາ​ໃຫ້​ເຂົ້າ​ໃກ້​ພຣະເຈົ້າ; ຖ້າ​ພວກເຮົາ​ບໍ່​ກິນ ພວກເຮົາ​ກໍ​ບໍ່​ຊົ່ວ​ລົງ​ກວ່າ​ເກົ່າ ແລະ ຖ້າ​ພວກເຮົາ​ກິນ​ພວກເຮົາ​ກໍ​ບໍ່​ໄດ້​ດີ​ຂຶ້ນ.


ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ຕັດສິນ​ພວກເຈົ້າ​ໃນ​ເລື່ອງ​ການກິນ ຫລື ການດື່ມ ຫລື ກ່ຽວກັບ​ວັນ​ເທດສະການ​ທາງ​ສາສະໜາ ຫລື ໃນ​ເລື່ອງ​ງານສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື ໃນ​ເລື່ອງ​ວັນຊະບາໂຕ.


ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.


ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ,


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.


ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka