Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຈົ່ງ​ໝັ່ນ​ພາກພຽນ​ໃນ​ສິ່ງ​ເຫລົ່ານີ້ ທຸ້ມເທ​ຕົນເອງ​ທັງໝົດ​ໃຫ້​ກັບ​ສິ່ງ​ເຫລົ່ານີ້ ເພື່ອ​ວ່າ​ທຸກຄົນ​ຈະ​ເຫັນ​ຄວາມກ້າວໜ້າ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:15
26 Jak'a apnaqawi uñst'ayäwi  

ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.


ສ່ວນ​ພວກເຮົາ​ກໍ​ຈະ​ເອົາໃຈໃສ່​ໃນ​ການ​ອະທິຖານ ແລະ ພັນທະກິດ​ແຫ່ງ​ພຣະທຳ”.


ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ຄອບຄົວ​ຂອງ​ສະເຕຟານາ​ໄດ້​ກັບໃຈ​ມາ​ເຊື່ອ​ເປັນ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ ພວກເຂົາ​ໄດ້​ອຸທິດ​ຕົນ​ເອງ​ຮັບໃຊ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ. ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ


ເພາະ​ພວກເຮົາ​ຮູ້​ວ່າ ພຣະອົງ​ຜູ້​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ ຈະ​ບັນດານ​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍກັນ​ກັບ​ພຣະເຢຊູເຈົ້າ ແລະ ຈະ​ໃຫ້​ພວກເຮົາ​ເຂົ້າ​ເຝົ້າ​ພຣະອົງ​ຮ່ວມ​ກັບ​ພວກເຈົ້າ​ທັງຫລາຍ​ດ້ວຍ.


ແລະ ພວກເຂົາ​ໄດ້​ເຮັດ​ເກີນກວ່າ​ທີ່​ພວກເຮົາ​ຄາດຫວັງ​ໄວ້​ຄື: ກ່ອນ​ສິ່ງອື່ນ​ໝົດ​ພວກເຂົາ​ໄດ້​ມອບ​ຕົນເອງ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ຫລັງຈາກ​ນັ້ນ ກໍ​ມອບ​ຕົນເອງ​ໃຫ້​ພວກເຮົາ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ຢ່າ​ລະເລີຍ​ຕໍ່​ຂອງປະທານ​ຂອງ​ເຈົ້າ ເຊິ່ງ​ມອບ​ໃຫ້​ແກ່​ເຈົ້າ​ຜ່ານ​ຄຳທຳນວາຍ​ເມື່ອ​ຄະນະຜູ້ປົກຄອງ​ໄດ້​ວາງມື​ຂອງ​ພວກເພິ່ນ​ລົງ​ໃສ່​ເຈົ້າ.


ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.


ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka