Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຈົ່ງ​ອຸທິດ​ຕົນເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຈົ່ງ​ຕັ້ງໃຈ​ດ້ວຍ​ຄວາມ​ພຽນ​ພະຍາຍາມ​ຂອງ​ເຈົ້າ ໃນ​ການ​ອ່ານ​ພຣະຄຳ​ຂອງ​ພຣະເຈົ້າ​ໃນ​ທີ່​ນະມັດສະການ ແລະ​ການ​ເທດສະໜາ​ກັບ​ການ​ສັ່ງສອນ ຈົນກວ່າ​ເຮົາ​ຈະ​ມາ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:13
20 Jak'a apnaqawi uñst'ayäwi  

ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.


ສ່ວນ​ພວກເຮົາ​ກໍ​ຈະ​ເອົາໃຈໃສ່​ໃນ​ການ​ອະທິຖານ ແລະ ພັນທະກິດ​ແຫ່ງ​ພຣະທຳ”.


ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ແຕ່​ຜູ້​ທີ່​ເຜີຍ​ພຣະຄຳ​ກໍ​ກ່າວ​ກັບ​ຄົນ​ທັງຫລາຍ​ເພື່ອ​ເຮັດໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ, ເປັນ​ການເຕືອນສະຕິ ແລະ ການ​ເລົ້າໂລມໃຈ.


ບັດນີ້, ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ແລະ ເວົ້າ​ພາສາ​ແປກໆ, ພວກເຈົ້າ​ຈະ​ໄດ້ຮັບ​ປະໂຫຍດ​ອັນໃດ​ຈາກ​ເຮົາ? ນອກຈາກ​ວ່າ ເຮົາ​ຈະ​ນໍາເອົາ​ການ​ເປີດເຜີຍ ຫລື ຄວາມຮູ້ ຫລື ການ​ເປີດ​ເຜີຍ​ພຣະຄຳ ຫລື ຄຳສັ່ງສອນ​ມາ​ໃຫ້​ພວກເຈົ້າ.


ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.


ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.


ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka