Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:12
19 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ, ເໝືອນ​ດັ່ງ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.


ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.


ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ຖອກເທ​ລົງ​ມາ​ເທິງ​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.


ຈົ່ງ​ພະຍາຍາມ​ຢ່າງ​ສຸດກຳລັງ​ເພື່ອ​ສະແດງ​ຕົນ​ຕໍ່​ພຣະເຈົ້າ​ເໝືອນດັ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບຮອງ​ໄວ້​ແລ້ວ, ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອັບອາຍ ແລະ ໃຊ້​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.


ຈົ່ງ​ໜີ​ຈາກ​ລາຄະຕັນຫາ​ຂອງ​ຄົນໜຸ່ມ ແລະ ຈົ່ງ​ຕິດຕາມ​ຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ຮ້ອງຫາ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ໃຈ​ບໍລິສຸດ.


ຈົ່ງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ຄວາມເຂົ້າໃຈ​ແກ່​ເຈົ້າ​ໃນ​ສິ່ງ​ທັງໝົດ​ນີ້.


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ


ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka