Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຝ່າຍ​ຜູ້ດູແລ​ຮັບໃຊ້​ໃນ​ຄຣິສຕະຈັກ​ກໍ​ເໝືອນກັນ ຕ້ອງ​ມີ​ຄຸນສົມບັດ​ດີ ເປັນ​ຄົນ​ເອົາການ​ເອົາງານ ແລະ​ມີ​ຄວາມ​ຈິງໃຈ ຕ້ອງ​ບໍ່​ດື່ມ​ເຫຼົ້າ ບໍ່​ເປັນ​ຄົນ​ໂລບ​ເຫັນ​ແກ່​ໄດ້;

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:8
17 Jak'a apnaqawi uñst'ayäwi  

“ຄໍ​ຂອງ​ພວກເຂົາ​ຄື​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ຕົນ​ໃນ​ການລໍ້ລວງ”. “ມີ​ພິດ​ງູຮ້າຍ​ຢູ່​ທີ່​ຮິມສົບ​ຂອງ​ພວກເຂົາ”.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ຜູ້ດູແລ​ຕ້ອງ​ສັດຊື່​ຕໍ່​ເມຍ​ຂອງ​ຕົນ ແລະ ຕ້ອງ​ເບິ່ງແຍງ​ບັນດາ​ລູກ ແລະ ຄົວເຮືອນ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ຕັ້ງ​ແຕ່​ນີ້​ໄປ ຢ່າ​ດື່ມ​ແຕ່​ນ້ຳ, ຈົ່ງ​ປົນ​ເຫລົ້າອະງຸ່ນ​ເລັກນ້ອຍ ເພາະ​ຍ້ອນ​ກະເພາະອາຫານ​ຂອງ​ເຈົ້າ ແລະ ຄວາມເຈັບປ່ວຍ​ທີ່​ເຈົ້າ​ເປັນ​ຢູ່​ເລື້ອຍໆ​ນັ້ນ.


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka