Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ອີກ​ປະການ​ໜຶ່ງ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ຄົນ​ພາຍນອກ​ນັບຖື ເພື່ອ​ວ່າ​ລາວ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ ແລະ​ຕົກ​ເຂົ້າ​ໃນ​ບ້ວງແຮ້ວ​ຂອງ​ມານຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:7
21 Jak'a apnaqawi uñst'ayäwi  

ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ຢ່າ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ຜູ້ໃດ​ສະດຸດໃຈ ບໍ່​ວ່າ​ຈະ​ເປັນ​ຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກ​ຂອງ​ພຣະເຈົ້າ


ແມ່ນ​ໜ້າທີ່​ຫຍັງ​ຂອງ​ເຮົາ​ທີ່​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ຄຣິສຕະຈັກ​ເຫລົ່ານັ້ນ? ພວກເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍໃນ​ເຫລົ່ານັ້ນ​ບໍ່​ແມ່ນ​ບໍ?


ພວກເຮົາ​ບໍ່​ເຮັດໃຫ້​ທາງເດີນ​ຂອງ​ຜູ້ໃດ​ຊູນສະດຸດ, ເພື່ອ​ວ່າ​ພັນທະກິດ​ຂອງ​ພວກເຮົາ​ຈະ​ບໍ່​ຂາດ​ຄວາມເຊື່ອຖື.


ເພາະ​ພວກເຮົາ​ພະຍາຍາມ​ເຕັມທີ່​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ບໍ່​ພຽງ​ແຕ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ ແຕ່​ໃນ​ສາຍຕາ​ຂອງ​ມະນຸດ​ດ້ວຍ.


ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ.


ເພື່ອວ່າ​ການ​ດຳເນີນຊີວິດ​ປະຈຳວັນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ຂອງ​ຄົນ​ພາຍນອກ ແລະ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເພິ່ງພາ​ຄົນ​ອື່ນ.


ຈົ່ງ​ປະຕິເສດ​ຄວາມຊົ່ວ​ທຸກ​ຢ່າງ.


ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.


ບັນດາ​ຄົນ​ທີ່​ຢາກ​ໄດ້​ຄວາມຮັ່ງມີ​ກໍ​ຕົກ​ຢູ່​ໃນ​ການລໍ້ລວງ ແລະ ຕົກ​ໃນ​ບ້ວງແຮ້ວ​ຂອງ​ຄວາມປາຖະໜາ​ທີ່​ໂງ່ຈ້າ ແລະ ອັນຕະລາຍ​ຫລາຍ​ຢ່າງ​ທີ່​ດຶງ​ມະນຸດ​ລົງ​ສູ່​ຄວາມຈິບຫາຍ ແລະ ການທຳລາຍ.


ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.


ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.


ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka