Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:6
24 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກ​ລົງ​ຈາກ​ສະຫວັນ​ເໝືອນ​ດັ່ງ​ຟ້າແມບ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ບໍ່​ສາມາດ​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ດຳເນີນຊີວິດ​ໂດຍ​ພຣະວິນຍານ ແຕ່​ຕ້ອງ​ໄດ້​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ຍັງ​ຢູ່​ຝ່າຍ​ໂລກ ຄື​ຜູ້​ທີ່​ຍັງ​ເປັນ​ເດັກນ້ອຍ​ໃນ​ພຣະຄຣິດເຈົ້າ.


ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.


ຫລື ເນື່ອງຈາກ​ການ​ເປີດເຜີຍ​ອັນ​ຍິ່ງໃຫຍ່​ລ້ຳເລີດ​ເຫລົ່ານີ້, ເຫດສະນັ້ນ​ເພື່ອ​ຮັກສາ​ເຮົາ​ຈາກ​ການ​ກາຍ​ເປັນ​ຜູ້​ອວດດີ, ເຮົາ​ຈຶ່ງ​ຖືກ​ເຮັດ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງ​ເຮົາ ເປັນ​ບໍລິວານ​ຂອງ​ຊາຕານ​ເພື່ອ​ທໍລະມານ​ເຮົາ.


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ຜູ້​ນັ້ນ​ກໍ​ອວດໂຕຈອງຫອງ ແລະ ບໍ່​ເຂົ້າໃຈ​ສິ່ງໃດ​ເລີຍ. ພວກເຂົາ​ເມົາມົວ​ຢູ່​ກັບ​ການ​ຖົກຖຽງກັນ ແລະ ການ​ທະເລາະວິວາດ​ກັນ​ໃນ​ເລື່ອງ​ຄຳເວົ້າ​ຕ່າງໆ​ທີ່​ເຮັດ​ໃຫ້​ເກີດ​ການອິດສາ​ກັນ, ການຍາດແຍ່ງຊິງດີ​ກັນ, ການເວົ້າຮ້າຍ, ການລະແວງ​ສົງໄສ​ທີ່​ຊົ່ວຮ້າຍ


ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,


ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,


ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.


ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ​ເພື່ອ​ລໍຖ້າ​ການພິພາກສາ.


ແລະ ບັນດາ​ເທວະດາ​ຜູ້​ທີ່​ບໍ່​ຮັກສາ​ອຳນາດ​ຫນ້າທີ່​ຂອງ​ຕົນ ແຕ່​ໄດ້​ປະຖິ້ມ​ຖິ່ນຖານ​ທີ່​ຢູ່​ຂອງ​ຕົນເອງ ພຣະອົງ​ໄດ້​ກັກຂັງ​ເທວະດາ​ເຫລົ່ານີ້​ໄວ້​ໃນ​ບ່ອນ​ມືດ, ລ່າມ​ດ້ວຍ​ໂສ້​ຕະຫລອດໄປ​ເປັນນິດ​ເພື່ອ​ລໍຖ້າ​ການພິພາກສາ​ໃນ​ວັນ​ອັນ​ຍິ່ງໃຫຍ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka