Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຜູ້​ປົກຄອງ​ຄຣິສຕະຈັກ ຕ້ອງ​ເປັນ​ຜູ້​ປາສະຈາກ​ການ​ຕຳໜິ​ຕິຕຽນ ລາວ​ຕ້ອງ​ມີ​ເມຍ​ຄົນ​ດຽວ​ເທົ່ານັ້ນ ຮູ້ຈັກ​ບັງຄັບ​ຕົນ ແລະ​ມີ​ສະຕິ​ອັນ​ດີ​ຮອບຄອບ ມີ​ກິຣິຍາ​ຮຽບຮ້ອຍ ລາວ​ຕ້ອງ​ມີ​ນໍ້າໃຈ​ເຫຼື້ອມໃສ​ໃນ​ການ​ຕ້ອນຮັບ​ແຂກ ເໝາະສົມ​ເປັນ​ຄູ​ທີ່​ດີ​

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:2
20 Jak'a apnaqawi uñst'ayäwi  

ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.


ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ອານາ, ເປັນ​ລູກສາວ​ຂອງ​ຟານູເອັນ​ຕະກູນ​ອາເຊ. ນາງ​ເປັນ​ຄົນ​ເຖົ້າແກ່​ຫລາຍ​ແລ້ວ, ຫລັງ​ຈາກ​ແຕ່ງງານ​ມາ​ນາງ​ຢູ່​ກັບ​ຜົວ​ໄດ້​ເຈັດ​ປີ,


ຈົ່ງ​ແບ່ງປັນ​ແກ່​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ມີ​ຄວາມຕ້ອງການ. ຈົ່ງ​ຕ້ອນຮັບແຂກ​ດ້ວຍ​ໃຈເຫລື້ອມໃສ.


ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ


ຜູ້ດູແລ​ຕ້ອງ​ສັດຊື່​ຕໍ່​ເມຍ​ຂອງ​ຕົນ ແລະ ຕ້ອງ​ເບິ່ງແຍງ​ບັນດາ​ລູກ ແລະ ຄົວເຮືອນ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ.


ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.


ພວກເຂົາ​ຫ້າມ​ຄົນ​ທັງຫລາຍ​ແຕ່ງງານ ແລະ ສັ່ງ​ໃຫ້​ລະເວັ້ນ​ອາຫານ​ບາງ​ຊະນິດ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໄວ້​ເພື່ອ​ຈະ​ໄດ້​ຮັບ​ການໂມທະນາ​ຂອບພຣະຄຸນ​ຈາກ​ບັນດາ​ຜູ້ທີ່ເຊື່ອ ແລະ ຜູ້​ທີ່​ຮູ້ຈັກ​ຄວາມຈິງ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.


ຢ່າ​ບັນທຶກ​ຊື່​ແມ່ໝ້າຍ​ຄົນ​ໃດ​ລົງ​ໃນ​ທະບຽນ​ຂອງ​ພວກແມ່ໝ້າຍ ເວັ້ນໄວ້​ແຕ່​ນາງ​ຈະ​ມີ​ອາຍຸ​ເກີນ​ຫົກສິບ​ປີ ແລະ ສັດຊື່​ຕໍ່​ຜົວ​ຂອງ​ນາງ


ຝ່າຍ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ບໍ່​ຜິດຖຽງກັນ ແຕ່​ຕ້ອງ​ເມດຕາ​ຕໍ່​ທຸກຄົນ, ສາມາດ​ສອນ​ຄົນ​ອື່ນ​ໄດ້, ບໍ່​ເປັນ​ຄົນ​ໃຈຮ້າຍ​ງ່າຍ.


ຈົ່ງ​ສອນ​ພວກ​ຜູ້ຊາຍ​ອາວຸໂສ​ໃຫ້​ເປັນ​ຜູ້​ຮູ້ຈັກ​ຄວບຄຸມອາລົມ, ເປັນ​ຄົນ​ໜ້າ​ນັບຖື, ເປັນ​ຄົນ​ຮູ້ຈັກ​ຄວບຄຸມ​ຕົນເອງ, ເຂັ້ມແຂງ​ໃນ​ຄວາມເຊື່ອ, ໃນ​ຄວາມຮັກ ແລະ ໃນ​ຄວາມອົດທົນ.


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka